ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມວິວັດທະນາການຫັນເປັນສີຂຽວຂອງພາກພື້ນ

(VOVWORLD) - ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ການຄ້າຂ້າມຊາຍແດນ, ສົນໃຈເປັນພິເສດເຖິງການເພີ່ມທະວີການເຊື່ອມຕໍ່ເຄືອຂ່າຍໄຟຟ້າໃນ ອາຊຽນ.
ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມວິວັດທະນາການຫັນເປັນສີຂຽວຂອງພາກພື້ນ - ảnh 1 ເວທີປາໄສນັກລົງທຶນເສດຖະກິດສີຂຽວ
(ພາບ: TTXVN)

        ເວທີປາໄສນັກລົງທຶນເສດຖະກິດສີຂຽວໄດ້ໄຂຂຶ້ນໃນວັນທີ 06 ມິຖຸນາ, ຢູ່ ສິງກະໂປ. ນີ້ແມ່ນເຫດການຢູ່ນອກເວທີປາໄສລັດຖະມົນຕີຂອບເຂດເສດຖະກິດ ມະຫາສະມຸດ ອິນເດຍ - ປາຊີຟິກ (IPEF) ຄັ້ງທີ 2 ໃນປີນີ້ ແລະ ແມ່ນກອງປະຊຸມທາງໄກຄັ້ງທຳອິດໄດ້ຈັດຂຶ້ນຢູ່ນອກ ອາເມລາກາ ນັບແຕ່ເມື່ອ IPEF ສ້າງຕັ້ງໃນເດືອນ ພຶດສະພາ 2022.

        ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ, ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມ ແລະ ໄດ້ພົບປະກັບຄະນະຜູ້ແທນຮ່ວມຕຳແໜ່ງຈາກ ອາເມລິກາ ແລະ ສິງກະໂປ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສຳຄັນໃນການຄ້າ 2 ຝ່າຍ, ກໍຄືການເຄື່ອນໄຫວຮ່ວມມືມີຄວາມສາມາດບົ່ມຊ້ອນກ່ຽວກັບພະລັງງານທົດແທນ.

        ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ເນັ້ນໜັກວ່າ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ການຄ້າຂ້າມຊາຍແດນ, ສົນໃຈເປັນພິເສດເຖິງການເພີ່ມທະວີການເຊື່ອມຕໍ່ເຄືອຂ່າຍໄຟຟ້າໃນ ອາຊຽນ. ຫວຽດນາມ ປາດຖະໜາວ່າ ຜ່ານກຸ່ມປະຕິບັດງານ, ບັນດາປະເທດຈະແບ່ງປັນບົດຮຽນກ່ຽວກັບການພັດທະນາພະລັງງານໄຟຟ້າແຮງລົມນອກຝັ່ງທະເລ, ກໍ່ສ້າງລະບົບສາຍສົ່ງໄຟຟ້າໃຕ້ດິນ ແລະ ບັນດາບັນຫາທີ່ກ່ຽວຂ້ອງ.

        ເນື່ອງໃນໂອກາດນີ້, ຄະນະຜູ້ແທນ ຫວຽດນາມ ກໍ່ເຂົ້າຮ່ວມກອງປະຊຸມ 3 ຝ່າຍ ຫວຽດນາມ - ສິງກະໂປ - ອາເມລິກາ. ຢູ່ທີ່ນີ້, ຄະນະຜູ້ແທນ ຫວຽດນາມ ສະແດງຄວາມສົນໃຈຕໍ່ການເພີ່ມທະວີການເຊື່ອມຕໍ່ເຄືອຂ່າຍໄຟຟ້າໃນ ອາຊຽນ, ກໍຄືລະຫວ່າງ ຫວຽດນາມ ແລະ ສິງກະໂປ.

ຕອບກັບ

ຂ່າວ/ບົດ​ອື່ນ