ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022

(VOVWORLD) -ກອງທຶນເງິນຕາສາກົນ (IMF) ຄາດວ່າ ໃນປີ 2022, ກຸ່ມປະເທດບັນລຸການ ເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ໄວກວ່າໝູ່ໃນອາຊຽນ ຈະລວມມີ: ຫວຽດນາມ ,  ຟີລິບປິນ , ມາເລເຊຍ....
ຫວຽດ​ນາມ ​ຈະ​ບັນ​ລຸ​ການ​ເຕີບ​ໂຕ GDP ໄວ​ກ່​ວາ​ໝູ່​ໃນ​ອາ​ຊຽນ ໃນ​ປີ 2022 - ảnh 1(ພາບປະກອບ)

    ກອງທຶນເງິນຕາສາກົນ (IMF) ຄາດວ່າ ໃນປີ 2022, ກຸ່ມປະເທດບັນລຸການ ເຕີບໂຕຍອດຜະລິດຕະພັນພາຍໃນ (GDP) ໄວກວ່າໝູ່ໃນອາຊຽນ ຈະລວມມີ: ຫວຽດນາມ (7,2%),  ຟີລິບປິນ (6,5%), ມາເລເຊຍ ແລະ ກຳປູເຈຍ ພ້ອມກັນຢືນອັນດັບທີ 3 ດ້ວຍລະດັບການເຕີບໂຕຄາດວ່າບັນລຸ 6%. ໃນບົດລາຍງານແງ່ຫວັງເສດຖະກິດໂລກ ປະກາດໃນກາງອາທິດນີ້, IMF  ໃຫ້ຮູ້ວ່າ ຄາດວ່າ ໃນປີ 2026, ກຳປູເຈຍ ຈະກາຍເປັນພື້ນຖານເສດຖະກິດມີການເຕີບໂຕໄວກ່ວາໝູ່ໃນພາກພື້ນອາຊຽນ ດ້ວຍ GDP ເພີ່ມຂຶ້ນ 6,8 %.

ກ່ອນໜ້ານັ້ນ, ໃນບົດລາຍງານປະກາດເມື່ອເດືອນມີນາ, ພາກສ່ວນ ອາຊີ-ປາຊີຟິກ ຂອງ IMF ໄດ້ຮັບຮູ້ຂໍ້ລິເລີ່ມຂອງກຳປູເຈຍ ກ່ຽວກັບການສອນວິຊາຊີບໃຫ້ແກ່ປະຊາຊົນ, ໜູນຊ່ວຍເງິນສົດໃຫ້ບັນດາຄອບຄົວທຸກຍາກ ແມ່ນບັນດາມາດຕະການຮັບມືຢ່າງແຮງກັບໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ