ຫວຽດ​ນາມ ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເຕີບ​ໂຕ​ເປັນ​ບວກ​ໃນ​ປີນີ້

(VOVWORLD) - ຕອນເຊົ້າວັນທີ 2 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ກັນຍາ.
ຫວຽດ​ນາມ ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ເຕີບ​ໂຕ​ເປັນ​ບວກ​ໃນ​ປີນີ້ - ảnh 1ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN) 

ນີ້ແມ່ນກອງປະຊຸມສຳຄັນໃນສະພາບການປະເທດຊາດໄດ້ຜ່ານຜ່າມາໄດ້9 ເດືອນຂອງປີ 2020 ແລ້ວ, ເພື່ອປຶກສາຫາລືມາດຕະການຊຸກຍູ້ເສດຖະກິດສັງຄົມໃນ 3 ເດືອນທີ່ຍັງເຫຼືອຂອງປີ 2020.

ໃນໄຕມາດທີ 3 ເສດຖະກິດ ຫວຽດນາມ ເພີ່ມຂຶ້ນ 2,62% ແມ່ນພື້ນຖານເພື່ອຢັ້ງຢືນວ່າ ປີນີ້ ຫວຽດນາມ ມີການເຕີບໂຕເປັນບວກ, ບັນລຸໄດ້ລະດັບແຕ່ 2 – 3%, ຢືນຢູ່ອັນດັບທີ 1 ຂອງອາຊຽນ ແລະ ອັນດັບທີ 2 ໃນບັນດາປະເທດອາຊີ - ປາຊີຟິກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

ສິ່ງທີ່ເປັນໜ້າປະທັບໃຈແມ່ນການສົ່ງອອກຂອງວິສາຫະກິດ ຫວຽດນາມ ມີການເຕີບໂຕ ກ່ວາ 20%. ແຕ່ກ່ອນ, ການເຕີບໂຕສົ່ງອອກຕົ້ນຕໍແມ່ນ FDI, ປັດຈຸບັນການເຕີບໂຕ ສົ່ງອອກແມ່ນວິສາຫະກິດພາຍໃນປະເທດ. ໃນນັ້ນຂະແໜງກະສິກຳ ສູ້ຊົນສົ່ງອອກບັນລຸໄດ້ກ່ວາ 41 ຕື້ USD ດ້ວຍໂຮງງານປຸງແຕ່ງໃໝ່ຫຼາຍແຫ່ງ, ຜະລິດຕະພັນກະເສດຫຼາຍຢ່າງ, ພິເສດແມ່ນການຂຸດຄົ້ນສັນຍາການຄ້າເສລີ ຫວຽດນາມ - Eu ຢ່າງມີປະສິດທິຜົນ ແລະ ທັນການ.

ຄຽງຄູ່ກັນນັ້ນ, ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ: ການຜະລິດອຸດສາຫະກຳ ໃນ 9 ເດືອນມີການເຕີບໂຕກ່ວາເກົ່າ, ເພີ່ມຂຶ້ນ 3,8% ເປີດສ້າງຄວາມຫວັງໃຫ້ແກ່ການຟື້ນຟູຢ່າງແຮງໃນໄລຍະຈະມາເຖິງ. ການຄ້າ ແລະ ການບໍລິການບັນລຸໝາກຜົນທີ່ຕັ້ງໜ້າກ່ວາອີກ.  ໃນເດືອນກັນຍາເຖິງວ່າເປົ້າໝາຍຄວບຄູ່ໄດ້ປະຕິບັດເປັນຢ່າງດີກໍ່ຕາມ, ແຕ່ທ່ານນາຍົກລັດຖະມົນຕີກໍ່ຖືວ່າ ຍັງປະສົບກັບຄວາມຫຍຸ້ງຍາກໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ນຳວ່າ:

        ພວມເຮົາຕ້ອງຜັນຂະຫຍາຍໝາກຜົນທີ່ບັນລຸໄດ້, ສືບຕໍ່ປະຕິບັດ ຢ່າງແຮງກ່ວາອີກກ່ຽວກັບການການປ້ອງກັນ, ສະກັດກັ້ນໂລກລະບາດ Covid 19, ບັນຫາຫັນເປັນດີຈີຕອນ, ການປະຕິວັດ 4.0 ແລະ ກາລະໂອກາດໃຫ້ແກ່ ຫວຽດນາມ . ພວກເຮົາຄວນເພີ່ມທະວີການສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຸ້ມຕົນເອງຢ່າງແຮງກ່ວາອີກໃນການພັດທະນາປະເທດຊາດ. ຍິ່ງກ່ວາເວລາໃດໝົດ, ໃນໄລຍະຈະມາເຖິງ, ປີ 2021ຕ້ອງມີຈິດໃຈເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ