ຫວຽດ​ນາມ ຈະ​ບໍ່​ຜ່ອນ​ຜັນ​ຕໍ່​ອາດ​ຊະ​ຍາ​ກຳ​​ຢາ​ເສບ​ຕິດ

(VOVWORLD) -ຕອນເຊົ້າວັນທີ 14 ຕຸລາ, ກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ກ່ຽວກັບບັນຫາຢາເສບຕິດຄັ້ງທີ 7 (AMMD 7) ຖືກໄຂຂຶ້ນຢ່າງເປັນທາງການຢູ່ ກຳປູເຈຍ ດ້ວຍຮູບການທາງໄກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມຢູ່ຈຸດເຊື່ອມຕໍ່ ຮ່າໂນ້ຍ.
ຫວຽດ​ນາມ ຈະ​ບໍ່​ຜ່ອນ​ຜັນ​ຕໍ່​ອາດ​ຊະ​ຍາ​ກຳ​​ຢາ​ເສບ​ຕິດ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຢູ່ຈຸດເຊື່ອມຕໍ່ ຮ່າໂນ້ຍ (ພາບ: TTXVN)

ທີ່ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບບັນຫາຢາເສບຕິດຄັ້ງນີ້, ບັນດາປະເທດໄດ້ດຳເນີນການຕີລາຄາປະເມີນຜົນງານປະຕິບັດ 02 ແຜນການເຄື່ອນໄຫວກ່ຽວກັບການແກ້ໄຂສະພາບການຢາເສບຕິດໃນພາກພື້ນ ເຊິ່ງລວມມີ: ປະເມີນຜົນກາງໄລຍະ ຂອງແຜນການຮ່ວມມື ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານການຜະລິດ, ຄ້າຂາຍຢາເສບຕິດຜິດກົດໝາຍຢູ່ເຂດສາມລ່ຽມຄຳ ໄລຍະ 2020 – 2022 ແລະ ແຜນການເຄື່ອນໄຫວ ອາຊຽນ ສູ້ຊົນປົກປ້ອງປະຊາຄົມຕ້ານຢາເສບຕິດຜິດກົດໝາຍ ໄລຍະ 2016 – 2025. ບົນພື້ນຖານໝາກຜົນຂອງບົດລາຍງານການປະເມີນຜົນຄັ້ງນີ້, ສະມາຊິກ ອາຊຽນ ຈະມີການດັດປັບ ແລະ ກຳນົດທິດ ແນໃສ່ເພີ່ມທະວີຄວາມມານະພະຍາຍາມ ແລະ ຮ່ວມມືເພື່ອຜັນຂະຫຍາຍຂົງເຂດທີ່ໃຫ້ບຸລິມະສິດໃນການປ້ອງກັນ, ຕ້ານຢາເສບຕິດໃຫ້ສອດຄ່ອງກັບສະພາບການຕົວຈິງຂອງພາກພື້ນ.

        ກ່າວຄຳເຫັນທີ່ວາລະປະຊຸມຄົບຄະນະ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ແບ່ງປັນຫຼັກໝັ້ນລວມຂອງ ອາຊຽນ ການບໍ່ຜ່ອນຜັນຕໍ່ອາດຊະຍາກຳຢາເສບຕິດ ແລະ ເດີນຕາມເປົ້າໝາຍຍາວນານ ມຸ່ງໄປເຖິງປະຊາຄົມລວມ ອາຊຽນ ປອດຢາເສບຕິດ. ດ້ວຍຄວາມຮັບຜິດຊອບຂອງສະມາຊິກໜຶ່ງ, ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນເຂົ້າການເຄື່ອນໄຫວລວມຂອງ ອາຊຽນ. ຫວຽດນາມ ໄດ້ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການປ້ອງກັນ, ຄວບຄຸມຢາເສບຕິດ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງສະພາບການອາດຊະຍາກຳ ແລະ ໄພຢາເສບຕິດຢ່າງມີປະສິດທິຜົນ; ໃຫ້ບຸລິມະສິດຢ່າງສູງໃນການຜັນຂະຫຍາຍມາດຕະການສະກັດກັ້ນການເຄື່ອນໄຫວຄ້າຂາຍ, ຂົນສົ່ງຢາເສບຕິດຜິດກົດໝາຍຢ່າງມີປະສິດທິຜົນ; ຜັນຂະຫຍາຍມາດຕະການໂຄສະນາເຜີຍແຜ່, ສຶກສາອົບຮົມການປ້ອງກັນຢ່າງຄົບຊຸດ; ຫັນຮູບແບບປິ່ນປົວ, ບຳບັດການຕິດຢາເສບຕິດໃຫ້ເປັນຫຼາຍຮູບຫຼາຍແບບ ແລະ ລະດົມກຳລັງຈາກສັງຄົມ; ຄວບຄຸມການເຄື່ອນໄຫວລະເມີດກົດໝາຍກ່ຽວຂ້ອງເຖິງຢາເສບຕິດຢ່າງເຂັ້ມງວດ.

        ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເຊື່ອໝັ້ນວ່າ ໝາກຜົນຂອງກອງປະຊຸມຄັ້ງນີ້ ຈະສະແດງຄໍາໝັ້ນສັນຍາການເມືອງຂັ້ນສູງຂອງ ອາຊຽນ ໃນການປ້ອງກັນ, ຄວບຄຸມເສບຕິດ ໄລຍະ 2016 – 2025.


ຕອບກັບ

ຂ່າວ/ບົດ​ອື່ນ