ຫວຽດນາມ ຈະປະກາດໜີ້ສາທາລະນະ ລວມຢ່າງຄົບຖ້ວນ

ຫວຽດນາມ ຈະປະກາດໜີ້ສາທາລະນະ ລວມຢ່າງຄົບຖ້ວນ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 23/01, ກະຊວງ​ການ​ເງິນ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເປັນ​ຄັ້ງ​ທຳ​ອິດ​ທີ່ບັນດາ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​​ໃບຂ່າວ​ກ່ຽວ​ກັບ​ໜີ້ສາທາລະນະ​ຈະ​​ເປີດ​ເຜີຍ​ຢ່າງ​ຄົບ​ຖ້ວນຍອດ​ມູນ​ຄ່າ​ໜີ້​ສາ​ທະ​ລະນະ​ຂອງ​ຫວຽດນາມ ຕາມກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສາທາລະນະ. ​ເລື່ອງ​ເປີດ​ເຜີ​ຍຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ໜີ້​ສາທາລະນະ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໜີ້​ສາທາ​ລະນະ​ແມ່ນ​ບາດກ້າວ​ໃໝ່, ບັນດາ​ຂໍ້​ມູນ​ກ່ຽວ​ກັບ​ສະພາບ​ໜີ້​ສາທາລະນະຢ່າງ​ຄົບຖ້ວນ ​ແລະ ທັນ​ການ​ໃຫ້​ໝູ່​ປະຊາຊົນ​, ສະ​ແດງ​​ໃຫ້​ເຫັນລັກສະນະ​ກະຈ່າ​ງ​ແຈ້ງຂອງ​ວຽກ​ງານ​ຄຸ້ມ​ຄອງ​ດ້ານ​ການ​ເງິນ​ເວົ້າ​ລວມ ​ແລະ ວຽກ​ງານ​ຄຸ້ມ​ຄອງ​ໜີ້​ສິນ​ເວົ້າ​ສະ​ເພາະ, ຫຼິກລ້ຽງ​​ບັນດາ​ແຫຼ່ງຂ່າວ​ບໍ່​ເປັນ​ທາງ​ການ, ບັນ​ຂໍ້​ມູນ​ຂ່າວ​ທີ່​ບໍ່​ຖືກຕ້ອງ, ພິດ​ພາດ​ກ່ຽວ​ກັບ​ສະພາບ​ໜີ້​ສາ​ທາ​ລະນະຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ