ຫວຽດ​ນາມ ຈະ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ໄດ້​ວາງ​ອອກ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຈະສືບຕໍ່ຮັກສາຄວາມເປັນເອກະພາບ, ສາມັກຄີ ແລະ ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ; ພ້ອມທັງເສີມຂະຫຍາຍສາຍພົວພັນທີ່ມີມູນເຊື້ອອັນດີງາມ ແລະ ເປັນແບບຢ່າງລະຫວ່າງປະຊາຊົນສອງປະເທດ ກູບາ - ຫວຽດນາມ.   
ຫວຽດ​ນາມ ຈະ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ເຊິ່ງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ ໄດ້​ວາງ​ອອກ - ảnh 1ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກກອມມູນິດ ຫວຽດນາມ (ພາບປະກອບ:  TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ນະຄອນຫຼວງ ລາຮາບານາ, ປະເທດ ກູບາ, ທ່ານນາງ Edda Diz Garces ຜູ້ອຳນວຍການສຳນັກຂ່າວສານແຫ່ງຊາດ ກູບາ (ACN) ໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຈະສືບຕໍ່ຮັກສາຄວາມເປັນເອກະພາບ, ສາມັກຄີ ແລະ ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກ; ພ້ອມທັງເສີມຂະຫຍາຍສາຍພົວພັນທີ່ມີມູນເຊື້ອອັນດີງາມ ແລະ ເປັນແບບຢ່າງລະຫວ່າງປະຊາຊົນສອງປະເທດ ກູບາ - ຫວຽດນາມ.   

        ເມື່ອຕີລາຄາກ່ຽວກັບບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດ ຫວຽດນາມ ໃນໄລຍະຈະມາເຖິງ ເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ຍົກອອກມາ, ທ່ານນາງຜູ້ອຳນວຍການ CAN ເນັ້ນໜັກວ່າ ທັດສະນະຍຸດທະສາດນັ້ນ ແນ່ນອນວ່າຈະປັບປຸງທີ່ຕັ້ງສາກົນຂອງ ຫວຽດນາມ ຄືດັ່ງສິ່ງສຳຄັນໃນການປົກປັກຮັກສາສະພາບແວດລ້ອມສາກົນແຫ່ງສັນຕິພາບ, ລັດທິຫຼາຍຝ່າຍ ແລະ ການເຊື່ອມໂຍງເພື່ອພັດທະນາ. ນີ້ແມ່ນສິ່ງທີ່ລ້ຳຄ່າໃນສະພາບການໂລກພວມປະເຊີນໜ້າກັບວິກິດການຫຼາຍສົ້ນ ແລະ ພວມຕ້ອງການມີຄວາມດຸ່ນດ່ຽງ, ຍຸຕິທຳ, ແທດເໝາະທີ່ສຸດ ແລະ ແລກປ່ຽນ ບົນພື້ນຖານທີ່ສະເໝີພາບກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ