ຫວຽດນາມ ຈະຜັນຂະຫຍາຍບ້ວງເງິນຊ່ວຍເຫຼືອການສຳຜັດກັບວັກຊິນກັນໂຄວິດ-19 ຂອງອົດສະຕາລີ ຢ່າງມີປະສິດທິຜົນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ສົດສະຕາລີ ສືບຕໍ່ເປີດປະຕູຕະຫຼາດໃຫ້ບາງຜະລິດຕະພັນກະເສດ ແລະ ສິນໃນນ້ຳຂອງຫວຽດນາມ ຫຼາຍກວ່າອີກ, ສົ່ງເສີມໃຫ້ບັນດາວິສາຫະກິດໃຫຍ່ຂອງອົດສະຕາລີ ເພີ່ມທະວີການລົງທຶນເຂົ້າຫວຽດນາມ.
ຫວຽດນາມ ຈະຜັນຂະຫຍາຍບ້ວງເງິນຊ່ວຍເຫຼືອການສຳຜັດກັບວັກຊິນກັນໂຄວິດ-19 ຂອງອົດສະຕາລີ ຢ່າງມີປະສິດທິຜົນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ
(ພາບ: TTXVN)

ຕອນບ່າຍວັນທີ 25 ພຶດສະພາ, ທີ່ການເຈລະຈາໂທລະສັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິ໊ງ ຢືນຢັນວ່່າ, ພ້ອມແລ້ວທີ່ຈະຮ່ວມມືກັບທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ສະເໜີໃຫ້ສົດສະຕາລີ ສືບຕໍ່ເປີດປະຕູຕະຫຼາດໃຫ້ບາງຜະລິດຕະພັນກະເສດ ແລະ ສິນໃນນ້ຳຂອງຫວຽດນາມ ຫຼາຍກວ່າອີກ, ສົ່ງເສີມໃຫ້ບັນດາວິສາຫະກິດໃຫຍ່ຂອງອົດສະຕາລີ ເພີ່ມທະວີການລົງທຶນເຂົ້າຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຂອບໃຈເລື່ອງ ອົດສະຕາລີ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອເງິນ 40 ລ້ານ AUD ໃຫ້ແກ່ຫວຽດນາມ ເພື່ອສຳຜັດກັບວັກຊິນກັນໂຄວິດ-19 ແລະ ຢືນຢັນວ່າ ຈະຜັນຂະຫຍາຍບ້ວງເງິນຊ່ວຍເຫຼືອດັ່ງກ່າວຢ່າງມີປະສິດທິຜົນ; ພ້ອມກັນນັ້ນ ສະເໜີໃຫ້ ອົດສະຕາລີ ໃຫ້ບຸລິມະສິດແກ່ຫວຽດນາມ ໃນການສຳຜັດກັບແຫຼ່ງວັກຊິນ Astra Zeneca ທີ່ຜະລິດຢູ່ປະເທດນີ້ໄວທີ່ສຸດ.

        ສ່ວນທ່ານນາຍົກລັດຖະມົນຕີ Scott Morrison ປາດຖະໜາຢາກຍົກລະດັບການພົວພັນທາງການທູດຂຶ້ນເປັນຄູ່ຮ່ວມມືຍຸດສາດຫວຽດນາມ - ອົດສະຕາລີ.

        ນາຍົກລັດຖະມົນຕີທັງ 2 ທ່ານກໍ່ເຫັນດີນຳກັນ ຕ້ອງວາງເປົ້າໝາຍສູງກວ່າໃນການສູ້ຊົນເພີ່ມທະວີການລົງທຶນ, ການຄ້າ 2 ສົ້ນ, ມຸ່ງໄປເຖິງການຟື້ນຟູແບບຍືນຍົງພາຍຫຼັງໂລກລະບາດ. ກ່ຽວກັບບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ, ການນຳ 2 ທ່ານໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ; ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ກ້າວໄປເຖິງເລື່ອງບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ