ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ກັນ​ໂຄວິດ 19 ຢ່າງ​ປອດ​ໄພ, ບັນ​ລຸ​ປະ​ສິດ​ທິ​ຜົນ​ໂດຍ​ໄວ

(VOVWORLD) -ທ່ານພົນຕີ, ສາດສະດາຈານ, ປະລິນຍາເອກ ໂດ້ກວຽດ, ຜູ້ອຳນວຍການ ວິທະຍາຄານເສນາຮັກ ໃຫ້ຮູ້ວ່າ: ຄາດວ່າ, ຮອດທ້າຍເດືອນເມສາປີ 2021 ຈະສິ້ນສຸດການສັກທົດລອງວັກຊິນ Nano Covax ເຂັມທີ 2 ຂອງໄລຍະທີ 2.
ຫວຽດ​ນາມ ຈະ​ມີ​ວັກ​ຊິນ​ກັນ​ໂຄວິດ 19 ຢ່າງ​ປອດ​ໄພ, ບັນ​ລຸ​ປະ​ສິດ​ທິ​ຜົນ​ໂດຍ​ໄວ - ảnh 1(ພາບ:VGP/Đình Nam)

ໃນຕອນບ່າຍວັນທີ 26 ມີນາ, ກ່າວຄຳເຫັນທີ່ກອງປະຊຸມປະຈຳການຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງຕ້ອງປັບໄໝລົງທົດບັນດາກໍລະນີເຂົ້າເມືອງຢ່າງຜິດກົດໝາຍຢ່າງເຂັ້ມງວດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງເພີ່ມທະວີການຄວບຄຸມເສັ້ນຊາຍແດນຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນທາງທະເລ, ບໍ່ປະໃຫ້ຜູ້ເຂົ້າເມືອງຢ່າງຜິດກົດໝາຍ.

ໃນຕອນເຊົ້າວັນດຽວກັນ, ຢູ່ວິທະຍາຄານເສນາຮັກ (ກະຊວງປ້ອງກັນປະເທດ), ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູ້ດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໄດ້ໄປຢ້ຽມຢາມ ແລະ ລະດົມກຳລັງໃຈກຳລັງເຂົ້າຮ່ວມການຄົ້ນຄ້ວາ ແລະ ບັນດາຜູ້ອາສາສະໝັກສັກວັກຊິນ Nano Covax ທົດລອງເຂັມທີ 2, ໄລຍະ 2. ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ເນັ້ນໜັກວ່າ:  ແຜນນະໂຍບາຍແມ່ນຊຸກຍູ້ການຄົ້ນຄ້ວາ, ຜະລິດວັກຊິນພາຍໃນປະເທດຢ່າງສຸດຂີດ ຖືກຕ້ອງຕາມຂັ້ນຕອນ, ມາດຖານ, ຮີບເຮັ່ງ, ຫລຸດເວລາໃຫ້ສັ້ນລົງ ແຕ່ບໍ່ປະບໍ່ວ່າໄລຍະໃດ, ຮັບປະກັນບັນດາເງື່ອນໄຂວິທະຍາສາດ. ກ່ຽວກັບການສັກທົດລອງວັກຊິນ Nano Covax, ທ່ານພົນຕີ, ສາດສະດາຈານ, ປະລິນຍາເອກ ໂດ້ກວຽດ, ຜູ້ອຳນວຍການ ວິທະຍາຄານເສນາຮັກ ໃຫ້ຮູ້ວ່າ: ຄາດວ່າ, ຮອດທ້າຍເດືອນເມສາປີ 2021 ຈະສິ້ນສຸດເຂັມທົດລອງທີ 2 ຂອງໄລຍະທີ 2.

   ຜູ້ຕາງໜ້າວິທະຍາຄານເສນາຮັກໃຫ້ຮູ້ວ່າ: ໄລຍະທີ 3 ຈະສາມາດທົດລອງໃນ 10.000 ຄົນ. ຫວຽດນາມ ສາມາດບັນລຸເປົ້າໝາຍມີວັກຊິນໄດ້ໂດຍໄວ ຊື່ງຄາດວ່າໃນເດືອນກັນຍາປີ 2021 ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ