ຫວຽດນາມ ຈະມີວັກຊິນກັນໂຄວິດ-19 ກວ່າ 5,6 ລ້ານໂດສໃນເດືອນມີນາ, ເມສາ 2021

(VOVWORLD) -ໃນເດືອນ ມີນາ, ເມສາ 2021, ຫວຽດນາມ ຈະໄດ້ຮັບວັກຊິນກັນໂຄວິດ-19 ເກືອບ 4,2 ລ້ານໂດສ ໂດຍ COVAX Facility ໜູນຊ່ວຍ
ຫວຽດນາມ ຈະມີວັກຊິນກັນໂຄວິດ-19 ກວ່າ 5,6 ລ້ານໂດສໃນເດືອນມີນາ, ເມສາ 2021 - ảnh 1ວັກຊິນກັນໂຄວິດ-19 ຂອງ AstraZeneca
(ພາບ: suckhoedoisong.vn)

ຕາມແຫຼ່ງຂ່າວຈາກໂຄງການສັກວັກຊິນເປີດກວ້າງລະດັບຊາດແລ້ວ, ໃນເດືອນ ມີນາ, ເມສາ 2021, ຫວຽດນາມ ຈະໄດ້ຮັບວັກຊິນກັນໂຄວິດ-19 ເກືອບ 4,2 ລ້ານໂດສ ໂດຍ COVAX Facility ໜູນຊ່ວຍຜ່ານກອງທຶນເຍົາວະຊົນສະຫະປະຊາຊາດ (UNICEF). ແລະກໍ່ໃນເດືອນ ເມສາ, ຫວຽດນາມ ຈະຮັບວັກຊິນກັນໂຄວິດ-19 ເກືອບ 1,5 ລ້ານໂດສ ຂອງ AstraZeneca ໂດຍກະຊວງສາທາລະນະສຸກຈັດຊື້.

        ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳຫວຽດນາມ ໃຫ້ຮູ້ວ່າ: ເປົ້າໝາຍຂອງ UNICEF ແມ່ນເຮັດທຸກວິທີເພື່ອສົ່ງວັກຊິນມາຫວຽດນາມ ດ້ວຍຄວາມປອດໄພ ແລະ ໄວທີ່ສຸດ. ບັ້ນເຄື່ອນໄຫວນີ້ບໍ່ພຽງແຕ່ເປັນການໜູນຊ່ວຍທາງດ້ານສາທາລະນະສຸກໃຫ້ແກ່ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຟື້ນຟູພື້ນຖານເສດຖະກິດຂອງຫວຽດນາມ, ຍ້ອນຜົນກະທົບຂອງໂລກລະບາດອີກດ້ວຍ.

        ປະຈຸບັນ, ການເຄື່ອນໄຫວສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງຫວຽດນາມ ໄດ້ເລີ່ມປະຕິບັດນັບແຕ່ວັນທີ 08 ມີນາ ຢູ່ຮ່າໂນ້ຍ, ຫາຍເຢືອງ ແລະ ນະຄອນ ໂຮ່ຈີມິນ, ໂດຍບຸລິມະສິດໃຫ້ກຳລັງພະນັກງານການແພດແນວໜ້າ, ຜູ້ທີ່ພົບປະໂດຍກົງກັບກໍລະນີຕິດເຊື້ອພະຍາດໂຄວິດ-19 ເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ