ຫວຽດນາມ ຈະສືບຕໍ່ຮ່ວມກັບຈີນ ແລະ ບັນດາປະເທດແມ່ນ້ຳຂອງ ເພື່ອຊຸກຍູ້ການຮ່ວມມືແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ

(VOVWORLD) -ຕອນບ່າຍວັນທີ 25 ທັນວານີ້, ກອງປະຊຸມສຸດຍອດການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມແບ່ງປັນໃນອະນາຄົດ ແລະ ຫັນເປັນທັນສະໄໝລະຫວ່າງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ”ຊຶ່ງຖືກຈັດຂຶ້ນແບບທາງໄກ. ເຂົ້າຮ່ວມກອງປະຊຸມມີ ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງໄດ້ ກ່າວຄຳເຫັນທີ່ກອງປະຊຸມ.,
ຫວຽດນາມ ຈະສືບຕໍ່ຮ່ວມກັບຈີນ ແລະ ບັນດາປະເທດແມ່ນ້ຳຂອງ ເພື່ອຊຸກຍູ້ການຮ່ວມມືແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ - ảnh 1ທ່ານນາຍົກ ລັດຖະມົນຕີ  ຟ້າມມິງຈີງກ່າວຄຳເຫັນທີ່ກອງປະຊຸມ

     ກ່າວຄຳເຫັນທີ່ກອງປະຊຸມ., ທ່ານນາຍົກ ລັດຖະມົນຕີ  ຟ້າມມິງຈີງ ເນັ້ນໜັກວ່າ: ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໄດ້ກາຍເປັນກົນໄກສຳຄັນເຊື່ອມຈອດບັນດາປະເທດແມ່ນ້ຳຂອງ ແລະ ຈີນ, ເປັນແບບຢ່າງຮ່ວມມືພ້ອມກັນພັດທະນາ ແລະ ພ້ອມກັນເອົາຊະນະ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ ລັດຖະບານຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ຈະພ້ອມກັບຈີນ ແລະ ບັນດາປະເທດແມ່ນ້ຳຂອງ ຊຸກຍູ້ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງໃຫ້ນັບມື້ນັບພັດທະນາຢ່າງເຂັ້ມແຂງ, ມີປະສິດທິຜົນ ແລະ ຍືນຍົງ. ທ່ານນາຍົກລັດຖະມົນຕີຖືວ່າ, ຕໍ່ໜ້າການປ່ຽນແປງຢ່າງວ່ອງໄວແລະເລິກເຊິ່ງຂອງເສດຖະກິດໂລກ, ເພື່ອໃຫ້ 6 ປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງບືນຕົວຂຶ້ນຢ່າງແຂງແຮງ, ຕ້ອງມີຈີນຕະນາການໃໝ່, ຮອບດ້ານກວ່າ, ພ້ອມກັບວິທີເຂົ້າເຖິງທົ່ວປວງຊົນ, ທົ່ວພາກພື້ນ ແລະ ທົ່ວໂລກ ແລະບັນດາວິທີການແກ້ໄຂໃໝ່, ຂ້ຽວຂາດ, ມີຫົວຄິດປະດິດສ້າງ ແລະບຸກທະລຸ.

    ທ່ານນາຍົກລັດຖະມົນຕີນຳສະເໜີ 3 ເນື້ອໃນບຸລິມະສິດຂອງ MLC ໃນໄລຍະຈະມາເຖິງ, ໃນນັ້ນ ທີໜຶ່ງ, ສ້າງພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງທັນສະໄໝ ແລະ ພັດທະນາ. ທີສອງ, ກໍ່ສ້າງພາກພື້ນແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຂຽວ, ຍືນຍົງ ແລະ ກວມລວມ, ຮັບປະກັນຄວາມກົມກຽວລະຫວ່າງປະຈຸບັນ ແລະ ອະນາຄົດ, ລະຫວ່າງການເຕີບໂຕດ້ານເສດຖະກິດ ດ້ວຍການປົກປັກຮັກສາສິ່ງແວດລ້ອມ, ດ້ວຍປະຊາຊົນເປັນໃຈກາງ, ແມ່ນຫົວເລື່ອງ, ກຳລັງແຮງ, ແຫຼ່ງຊັບພະຍາກອນ ແລະ ເປົ້າໝາຍຂອງ ການພັດທະນາ, ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ທາງຫຼັງ. ອັນທີສາມ, ສ້າງພາກພື້ນແມ່ນ້ຳຂອງ-ລ້ານຊ້າງແຫ່ງສັນຕິພາບ ແລະ ການຮ່ວມມື.

    ການຕີລາຄາ ແລະ ຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີຟ້າມມິງຈີງໄດ້ຮັບການຕີລາຄາສູງຈາກກອງປະຊຸມ ແລະ ຖືກນຳເຂົ້າເອກະສານຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ