ຫວຽດ​ນາມ ຈະ​ສືບ​ຕໍ່​ເປີດ​ປະ​ຕູ​ພື້ນ​ຖານ​ເສດ​ຖະ​ກິດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ

(VOVWORLD) -  ຕອນບ່າຍວັນທີ 08 ມີນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ໄດ້ມີການເຮັດວຽກກັບສະພາວິສາຫະກິດ ອາເມລິກາ - ອາຊຽນ (USABC) ພ້ອມດ້ວຍຜູ້ແທນວິສາຫະກິດ ອາເມລິກາ 50 ແຫ່ງ ທີ່ພວມດຳເນີນທຸລະກິດ ແລະ ລົງທຶນຢູ່ ຫວຽດນາມ ໂດຍທ່ານ Michael Michalak, ຜູ້ອຳນວຍການບໍລິຫານຮັບຜິດຊອບພາກພື້ນ - USABC, ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ.
ຫວຽດ​ນາມ ຈະ​ສືບ​ຕໍ່​ເປີດ​ປະ​ຕູ​ພື້ນ​ຖານ​ເສດ​ຖະ​ກິດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ - ảnh 1 ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ  ຫງວຽນຈີຢຸງ ແລະ ຜູ້ແທນ ຫວຽດນາມ ໃນການເຮັດວຽກກັບ ສະພາວິສາຫະກິດ ອາເມລິກາ - ອາຊຽນ (ພາບ: MPI)

ນະທີ່ນີ້, ທ່ານລັດຖະມົນຕີ ຫງວຽນຈີຢຸງ ເນັ້ນໜັກວ່າ ຫວຽດນາມ ຈະສືບຕໍ່ເປີດປະຕູພື້ນຖານເສດຖະກິດ; ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດໂລກ; ຍູ້ແຮງ 3 ການກຳນົດທິດຍຸດທະສາດ ກ່ຽວກັບລະບອບລະບຽບການ, ໂຄງລ່າງ, ຊັບພະຍາກອນມະນຸດ; ປ່ຽນແປງໃໝ່ເສດຖະກິດ, ຍົກສູງຄຸນນະພາບ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ; ພ້ອມດຽວກັນນັ້ນ, ຖືວິສາຫະກິດຢູ່ພາຍໃນປະເທດ ແລະ ວິສາຫະກິດ FDI ແມ່ນກຳລັງໜູນເຕີບໂຕຕົ້ນຕໍ ແລະ ຊຸກຍູ້ການປະຕິຮູບລະບຽບການບໍລິຫານ…

ສ່ວນທ່ານ Michael Michalak ຢັ້ງຢືນວ່າ ຫວຽດນາມ ສືບຕໍ່ແມ່ນສະຖານທີ່ທີ່ດູດດື່ມສຳລັບນັກລົງທຶນ ອາເມລິກາ ໃນໄລຍະຈະມາເຖິງ. ປະຊາຄົມວິສາຫະກິດ ອາເມລິກາ ຕີລາຄາສູງຕໍ່ຄວາມມານະພະຍາຍາມໃນການປະຕິຮູບລະບຽບການບໍລິຫານ, ປົວແປງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ ໃນໄລຍະຈະມາເຖິງ.

ໄລ່ຮອດວັນທີ 20 ກຸມພາ 2022, ປັດຈຸບັນ, ອາເມລິກາ ຢືນອັນດັບ 11 ໃນບັນຊີລາຍຊື່ 140 ປະເທດ, ເຂດແຄວ້ນທີ່ມີເງິນລົງທຶນຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ