ຫວຽດ​ນາມ ຈະສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ​ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ OIF

(VOVWORLD) -     ຕອນບ່າຍວັນທີ 25 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ (OIF) ສາກົນ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ຫວຽດ​ນາມ ຈະສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ຕັ້ງ​ໜ້າ​ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ OIF - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ ສາກົນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງອົງການ ຝຣັ່ງ ໂກໂຟນີ ສາກົນ, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຕ່າງໆ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງອົງການໃຫ້ຫຼາຍກວ່າອີກ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງບັນດາປະເທດສະມາຊິກ ແລະ ໃນໂລກ. ທ່ານປະທານປະເທດ ຫງວຽນຊວັນຟຸກ ກໍຍົກອອກບາງຂໍ້ສະເໜີກ່ຽວກັບທິດທາງການຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ, ໃນນັ້ນເນັ້ນໜັກເຖິງການເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບ ຄູ່ຮ່ວມມືໃນປະຊາຄົມ ຝຣັ່ງໂກໂຟນີ.

        ສ່ວນທ່ານນາງ Louise Mushikiwabo, ເລຂາທິການໃຫຍ່ ອົງການ ຝຣັ່ງ ໂກໂຟນີ ສາກົນ ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກທີ່ສຳຄັນທີ່ສຸດຂອງອົງການ ແລະ ຊົມເຊີຍບົດບາດຕັ້ງໜ້າຂອງ ຫວຽດນາມ ໃນການຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງບັນດາສະມາຊິກຂອງອົງການ ຝຣັ່ງ ໂກໂຟນີ ສາກົນ. ທ່ານນາງ ກໍຖືວ່າ ຫວຽດນາມ ແມ່ນຕະຫຼາດທີ່ມີຄວາມດູດດື່ມ; ພ້ອມທັງສະແດງຄວາມປະທັບໃຈຕໍ່ຜົນງານໃນການປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ. ທ່ານນາງ ກໍເນັ້ນໜັກວ່າ ບັນດາປະເທດໃນປະຊາຄົມ ຝຣັ່ງ ໂກໂຟນີ ມີຄວາມສົນໃຈທີ່ສຸດເຖິງການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ