ຫວຽດ​ນາມ ຈະ​ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ໃນ​ປີ 2020

(VOVWORLD) -ທີ່ກອງປະຊຸມ “ລື່ນກາຍສະພາບການປົກກະຕິໃໝ່ - ຫວຽດນາມ ຮັກສາລະດັບການເຕີບໂຕໃນປີ 2020” ໂດຍມະຫາວິທະຍາໄລທະນາຄານ ນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 6 ມັງກອນ, ບັນດານັກຊ່ຽວຊານ ດ້ານເສດຖະກິດຖືວ່າ: ປີ 2020, ການຜັນແປ “ປົກກະຕິໃໝ່” ຂອງພື້ນຖານເສດຖະກິດທົ່ວໂລກຈະສ້າງເງື່ອນໄຂສະດວກໃຫ້ແກ່ເສດຖະກິດ ຫວຽດນາມ.

ຫວຽດ​ນາມ ຈະ​ຮັກ​ສາ​ລະ​ດັບ​ການ​ເຕີບ​ໂຕ​ໃນ​ປີ 2020 - ảnh 1 ທ່ານ ປ.ອ ຫວໍຈີແທັງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຄຸ້ມຄອງເສດຖະກິດ ສູນກາງ

(ພາບ: Cafef.vn)

ເຖິງຢ່າງໃດກໍ່ຕາມ, ໃນປີ 2020 ຫວຽດນາມຈະຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ດ້ວຍອັດຕາເງິນເຟິ້ອາດຈະມີຄວາມສ່ຽງເພີ່ມຂຶ້ນ. ເພາະສະນັ້ນ, ຢາກຮັກສາການເຕີບໂຕຢູ່ລະດັບສູງແມ່ນ ຫວຽດນາມຕ້ອງເພີ່ມທະວີຄວາມສາມາດຮັບມືຂອງ ພື້ນຖານເສດຖະກິດ, ການຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ສຸມໃສ່ປະຕິບັດສ້າງພື້ນຖານໂຄງລ່າງໃຫ້ສົມບູນແບບ, ສ້າງສະພາບແວດລ້ອມອຳນວຍຄວາມສະດວກເພື່ອໃຫ້ ວິສາຫະກິດເສີມຂະຫຍາຍໄດ້ຄວາມຄິດປະດິດສ້າງ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ດັດປັບລະບອບລະບຽບການ, ນະໂຍບາຍສ້າງກຳລັງໜູນພັດທະນາໃໝ່ໃຫ້ແກ່ການເຕີບໂຕ. ທ່ານ ປ.ອ ຫວໍຈີແທັງ, ອະດີດຮອງຫົວໜ້າສະຖາບັນຄົ້ນຄ້ວາ ແລະ ຄຸ້ມຄອງເສດຖະກິດ ສູນກາງໃຫ້ຮູ້ວ່າ:

ພວກເຮົາຕ້ອງຕິດພັນກັບທ່າອ່ຽງ ສ້າງບາດກ້າວບຸກທະລຸໃຫ້ແກ່ການພັດທະນາຄື ເສດຖະກິດດີຈີຕອນ, ຫັນປ່ຽນດີຈີຕອນ, ເຕັກໂນໂລຢີ ແລະ ອຸດສາຫະກຳ 4.0. ພ້ອມທັງຮັບປະກັນບັນດາມາດຕະຖານສູງສຸດທີ່ ເໝາະສົມກັບພື້ນຖານອຸດສາຫະກຳໃນປັດຈຸບັນແມ່ນ ຂຽວ, ສະອາດ, ມີຄວາມເປັນພິເສດ, ເປັນສັນຍະລັກ, ວັດທະນະທຳມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ