ຫວຽດ​ນາມ ຈະ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັບ​ປະ​ຊາ​ຄົມ​ສາ​ກົນ ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພ​າບ

(VOVWORLD) - “ການໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ບໍ່ພຽງແຕ່ເປັນພະຍານຫຼັກຖານຢັ້ງຢືນໃຫ້ແກ່ຄວາມອົດທົນມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນການສະໜັບສະໜູນ, ຄວາມໄວ້ວາງໃຈ ກໍຄື ການຕັ້ງຄວາມຫວັງຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນສຳຄັນ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດໃນໂລກ."
ຫວຽດ​ນາມ ຈະ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ກັບ​ປະ​ຊາ​ຄົມ​ສາ​ກົນ ສ້າງ​ໂລກ​ແຫ່ງ​ສັນ​ຕິ​ພ​າບ - ảnh 1ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ (ພາບ: ກະຊວງການຕ່າງປະເທດ)

ວັນທີ 12 ຕຸລາ, ເມື່ອຕອບສຳພາດຕໍ່ສື່ມວນຊົນ ເນື່ອງໃນໂອກາດ ຫວຽດນາມ ໄດ້ຮັບໄຊຊະນະໃນການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025 ໃນວາລະປ່ອນບັດເລືອກຕັ້ງຂອງສະມັດຊາໃຫຍ່ ຊຸດທີ 77 ເຊິ່ງຈັດຂຶ້ນຢູ່ ນິວຢອກ (ອາເມລິກາ) ໃນວັນທີ 11 ຕຸລາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນ:

        “ການໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ບໍ່ພຽງແຕ່ເປັນພະຍານຫຼັກຖານຢັ້ງຢືນໃຫ້ແກ່ຄວາມອົດທົນມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດເທົ່ານັ້ນ, ຫາກຍັງເປັນການຢັ້ງຢືນການສະໜັບສະໜູນ, ຄວາມໄວ້ວາງໃຈ ກໍຄື ການຕັ້ງຄວາມຫວັງຂອງປະຊາຄົມສາກົນ ຕໍ່ການປະກອບສ່ວນສຳຄັນ ແລະ ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການຊຸກຍູ້ສິດທິມະນຸດໃນໂລກ. ການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນສະພາສິດທິມະນຸດ ສປຊ ຈະສົ່ງສານຢ່າງແຮງກ່ຽວກັບພາບຫຼັກຂອງປະເທດ ຫວຽດນາມ ທີ່ຮັກຫອມສັນຕິພາບ, ເຊີດຊູຄຸນຄ່າວັດທະນະທຳມະນຸດ ແລະ ມະນຸດສະທຳ”.

        ກ່ຽວກັບການກຳນົດທິດ ແລະ ບຸລິມະສິດແຖວໜ້າຂອງ ຫວຽດນາມ ໃນອາຍຸການເປັນສະມາຊິກຂອງສະພາສິດທິມະນຸດ ໃນຕໍ່ໜ້າ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໃຫ້ຮູ້ວ່າ:

        “ຫວຽດນາມ ກໍຈະພ້ອມກັບບັນດາປະເທດສະມາຊິກຊຸກຍູ້ຂໍ້ລິເລີ່ມ, ມາດຕະການໃນຂົງເຂດຕ່າງໆ. ຫວຽດນາມ  ຈະປະຕິບັດພັນທະເຮັດບົດລາຍງານຕາມກົນໄກທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ IV ພ້ອມກັບສົນທິສັນຍາສາກົນໃນຂົງເຂດສິດພົນລະເຮືອນ - ການເມືອງ, ຕ້ານການຈຳແນກການປະພຶດ, ສິດຂອງແມ່ຍິງ, ສິດຂອງຄົນພິການ…”

ແອັງຮວຽນ

       

ຕອບກັບ

ຂ່າວ/ບົດ​ອື່ນ