ຫວຽດນາມ ຈະເຂົ້າຮ່ວມບັນດາຂໍ້ລິເລີ່ມສຳຄັນທີ່ກອງປະຊຸມ COP28

(VOVWORLD) - ມີປະມຸກລັດ, ຜູ້ນຳລັດຖະບານບັນດາປະເທດກ່ວາ 130 ທ່ານ ແລະ ຜູ້ແທນກ່ວາ 70.000 ຄົນທີ່ມາຈາກ 197 ປະເທດ
ຫວຽດນາມ ຈະເຂົ້າຮ່ວມບັນດາຂໍ້ລິເລີ່ມສຳຄັນທີ່ກອງປະຊຸມ COP28 - ảnh 1ພາບປະກອບ

ກອງປະຊຸມຄັ້ງທີ 28 ບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP 28) ໄດ້ໄຂຂຶ້ນໃນວັນທີ 30 ພະຈິກ, ຢູ່ Dubai, ສະຫະລັດອາຣັບ ເອມີເລັດ (UAE). ມີປະມຸກລັດ, ຜູ້ນຳລັດຖະບານບັນດາປະເທດກ່ວາ 130 ທ່ານ ແລະ ຜູ້ແທນກ່ວາ 70.000 ຄົນທີ່ມາຈາກ 197 ປະເທດ, ບັນດາອົງການບໍ່ຂຶ້ນກັບລັດຖະບານ, ວິສາຫະກິດ, ກຸ່ມຊາວໜຸ່ມ ແລະ ບັນດາຝ່າຍອື່ນໆເຂົ້າຮ່ວມກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນຳໜ້າຄະນະຜູ້ແທນ ຫວຽດນາມ, ເຂົ້າຮ່ວມກອງປະຊຸມ.

        ຕາມທ່ານ ເລກົງແທັ່ງ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມແລ້ວ, ການເຂົ້າຮ່ວມຢ່າງຕັ້ງໜ້າໃນ COP 28 ແລະ ບັນດາການກະທຳຂອງ ຫວຽດນາມ ຈະມີການກະທົບເຖິງຜົນສຳເລັດຂອງກອງປະຊຸມ ແລະ ບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດໂລກພໍສົມຄວນ. ຄາດວ່າ, ຫວຽດນາມ ຈະເຂົ້າຮ່ວມບັນດາຂໍ້ລິເລີ່ມສຳຄັນທີ່ກອງປະຊຸມ COP 28 ຄັ້ງນີ້.

        ທີ່ກອງປະຊຸມ COP 28 ປີນີ້, ຫວຽດນາມ ມີຫ້ອງວາງສະແດງເພື່ອແນະນຳກ່ຽວກັບບັນດາຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ