ຫວຽດ​ນາມ ຈະ​ເປີດ​ສາຍ​ການ​ບິນສາ​ກົນ​ຄືນ​ໃໝ່ ເລີ່ມ​ແຕ່​ ວັນທີ 15 ກຸມ​ພາ 2022

(VOVWORLD) -ເລີ່ມແຕ່ ວັນທີ 15 ກຸມພາ ຫວຽດນາມ ຍົກເລີກຂໍ້ຈຳກັດຖ້ຽວບິນສາກົນ, ກັບຄືນສູ່ປົກກະຕິຄືໄລຍະກ່ອນເກີດໂລກລະບາດ ໂຄວິດ-19. 
ຫວຽດ​ນາມ ຈະ​ເປີດ​ສາຍ​ການ​ບິນສາ​ກົນ​ຄືນ​ໃໝ່ ເລີ່ມ​ແຕ່​ ວັນທີ 15 ກຸມ​ພາ 2022 - ảnh 1ພາບປະກອບ:  VOV

ບັນດາຂໍ້ກຳນົດກ່ຽວກັບການເຂົ້າເມືອງ, ມາດຕະການປ້ອງກັນ ຕ້ານໂລກລະບາດຕໍ່ແຂກທີ່ເຂົ້າມາ ຫວຽດນາມ ຕ້ອງໄດ້ປະຕິບັດຕາມບັນດາຄຳແນະນຳຂອງ ກະຊວງຕຳຫຼວດ ຫວຽດນາມ, ກະຊວງການຕ່າງປະເທດ ຫວຽດນາມ, ກະຊວງສາທາລະນະສຸກ ຫວຽດນາມ

ມາຮອດປະຈຸບັນ, ນອກຈາກປະເທດຈີນ, ທຸກປະເທດທີ່ ຫວຽດນາມ ສະເໝີ ໃຫ້ຟື້ນຟູສາຍການບິນແມ່ນລ້ວນແຕ່ໄດ້ເຫັນດີໝົດ. ປະຈຸບັນ ບັນດາສາຍການບິນໄປຍັງເອີຣົບ, ອົດສະຕາຣີ, ເອເມຣິກາ… ຫວຽດນາມລ້ວມແຕ່ເປີດເຄື່ອນໄຫວການບິນ. ເຖີງຢ່າງໃດກໍ່ຕາມ, ບັນດາປະເທດ ຢີ່ປຸນ, ສ ເກົາຫຼີ ປະຈຸບັນຍັງຈຳກັດເປົ້າໝາຍເຂົ້າເມືອງ ໃນບັນດາຖ້ຽວບິນມາຈາກຫວຽດນາມ ເພື່ອປ້ອງກັນ ຕ້ານໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ