ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງການມອບລາງວັນ APICTA 2019

(VOVWORLD) - ທີ່ການເຮັດວຽກ, ຜູ້ຕາງໜ້າ APICTA ສະເໜີໃຫ້ ຫວຽດນາມ ເປັນເຈົ້າພາບຈັດຕັ້ງການມອບລາງວັນ APICTA ປີ 2019..
ຫວຽດນາມ ຈະເປັນເຈົ້າພາບຈັດຕັ້ງການມອບລາງວັນ APICTA 2019  - ảnh 1ການເຮັດວຽກກັບ Asia Pacific ICT Alliance – APICTA

ວັນທີ 14 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເຈືອງມິງຕ໋ວນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານໄດ້ເຮັດວຽກກັບຄະນະຜູ້ແທນສະຫະພັນບັນດາອົງການເຕັກໂນໂລຊີຂໍ້ມູນຂ່າວສານ ອາຊີ - ປາຊີຟິກ (Asia Pacific ICT Alliance – APICTA) ໂດຍທ່ານ Stan Singh ເປັນຫົວໜ້າຄະນະ.

        ທີ່ການເຮັດວຽກ, ຜູ້ຕາງໜ້າ APICTA ສະເໜີໃຫ້ ຫວຽດນາມ ເປັນເຈົ້າພາບຈັດຕັ້ງການມອບລາງວັນ APICTA ປີ 2019 ແລະ ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ກໍ່ສະໜັບສະໜູນຂໍ້ສະເໜີນີ້. ທ່ານລັດຖະມົນຕີໄດ້ສະເໜີໃຫ້ APICTA ຄົ້ນຄ້ວາ, ພິຈາລະນາເພີ່ມເຕີມບັນດາໝວດລາງວັນໃຫ້ແກ່ບັນດາຜະລິດຕະພັນ, ມາດຕະການເຕັກໂນໂລຊີຂໍ້ມູນຂ່າວສານກ່ຽວຂ້ອງເຖິງການສ້າງລັດຖະບານເອເລັກໂຕນິກ, ນະຄອນສະຫຼາດ, ກະສິກຳສະຫຼາດ…

        ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ສະແດງຄວາມປາດຖະໜາຢາກເພີ່ມທະວີບັນດາການເຄື່ອນໄຫວແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການສ້າງ, ຜັນຂະຫຍາຍລັດຖະບານເອເລັກໂຕນິກກັບບັນດາສະມາຊິກ APICTA. ທ່ານລັດຖະມົນຕີ ເຈືອງມິງຕ໋ວນ ກໍ່ຢັ້ງຢືນເລື່ອງເປັນເຈົ້າພາບຈັດຕັ້ງລານການມອບລາງວັນ APICTA 2019 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ ຫວຽດນາມ ໂຄສະນາກ່ຽວກັບການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານຂອງຕົນເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອແນະນຳພາບພົດປະເທດຊາດ ແລະ ຊາວ ຫວຽດນາມ, ຄວາມສາມາດບົ່ມຊ້ອນແຫ່ງການພັດທະນາເສດຖະກິດ, ກາລະໂອກາດຮ່ວມມືກັບບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ