ຫວຽດນາມ ຊຸກຍູ້ການປະຕິບັດບັນດາມາດຕະຖານກ່ຽວກັບແຮງງານສາກົນ

(VOVWORLD) -   ຕອນເຊົ້າວັນທີ 29 ພຶດສະພາ, ສະພາແຫ່ງຊາດ ຫວຽດນາມ  ໄດ້ຮັບຟັງທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ສະເໜີ ໃບຍື່ນສະເໜີ ກ່ຽວກັບການເຂົ້າຮ່ວມສົນທິສັນຍາສະບັບ ເລກທີ 98 ຂອງ ອົງການແຮງງານສາກົນ (ILO) ກ່່ຽວກັບການໝູນໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ເຈລະຈາສັນຍາແຮງງານລວມໝູ່.
ຫວຽດນາມ ຊຸກຍູ້ການປະຕິບັດບັນດາມາດຕະຖານກ່ຽວກັບແຮງງານສາກົນ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ (ພາບ:quochoi.vn)

        ສົນທິສັນຍາສະບັບເລກທີ 98 ກ່ຽວກັບການໝູນໃຊ້ບັນດາຫຼັກການຂອງສິດຈັດຕັ້ງ ແລະ ເຈລະຈາສັນຍາແຮງງານລວມໝູ່ ແມ່ນໜຶ່ງໃນສົນທິສັນຍາພື້ນຖານ 8 ສະບັບ ຂອງ ອົງການແຮງງານສາກົນ. ໄລ່ມາຮອດເດືອນມັງກອນ 2019, ມີ 165/187 ປະເທດສະມາຊິກຂອງ ILO ເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວ. ໃນສະພາບການ ທີ່ຫວຽດນາມ ພວມເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດ - ສາກົນ, ປະຕິບັດການຫັນປະເທດຊາດເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ, ສ້າງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ, ເລື່ອງເຂົ້າຮ່ວມສົນທິສັນຍາສະບັບເລກທີ 98 ແມ່ນ ຈໍາເປັນ ແລະ ມີຄວາມໝາຍທີ່ສຸດໃນທຸກດ້ານ ການເມືອງ, ນິຕິກໍາ ແລະ ເສດຖະກິດ-ສັງຄົມ. ປຶກສາຫາລືຢູ່ໜ່ວຍ, ທ່ານ ເງາະຢຸຍຫ໋ຽວ ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຖືວ່າ:

        “ເລື່ອງໃຫ້ສັດຕະຍາບັນ ສົນທິສັນຍາສະບັບດັ່ງກ່າວ ສະແດງໃຫ້ເຫັນຈິດໃຈເປັນເຈົ້າການ ແລະ ຕັ້ງໜ້າທີ່ສຸດໃນການເຊື່ອມໂຍງ ຂອງຫວຽດນາມ ແຕ່ພ້ອມກັນນັ້ນກໍຕັ້ງໜ້າສ້າງສະພາບແວດລ້ອມສັງຄົມ, ສະພາບແວດລ້ອມແຮງງານ  ເພື່ອຮັບປະກັນສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານດີກວ່າ, ຈາກນັ້ນ ຊຸກຍູ້ເສດຖະກິດ, ສັງຄົມພັດທະນາ. ເຖິງຢ່າງໃດກໍຕາມ ເມື່ອເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວ ຫວຽດນາມ ຈະຕ້ອງຫັນມາເປັນກົດໝາຍພາຍໃນ ເພື່ອຮັບປະກັນບັນດາຂໍ້ກໍານົດກົດໝາຍຢ່າງຄົບຊຸດ, ສ້າງປະຖົມປັດໄຈໃຫ້ແກ່ການພັດທະນາ ແລະ ເພື່ອໃຫ້ສາກົນຮັບຮູ້ໄດ້ບັນດາການປ່ຽນແປງດັ່ງກ່າວ”.

ຕອບກັບ

ຂ່າວ/ບົດ​ອື່ນ