ຫ​ວຽດ​ນາມ ຊຸກ​ຍູ້​ການ​ສົນ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ ອາ​ຊຽນ - ລັດ​ເຊຍ ຢູ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຕາ​ເວັນ​ອອກ ປີ 2024

(VOVWORLD) - ວັນທີ 04 ກັນຍາ, ຢູ່ Vladivostok, ໃນເວທີປາໄສເສດຖະກິດຕາເວັນອອກ ຄັ້ງທີ 9 (EEF 2024) ໄດ້ດຳເນີນກອງປະຊຸມສົນທະນາວິສາຫະກິດ ລະຫວ່າງ ອາຊຽນ ກັບ ສະຫະພັນ ລັດເຊຍ. 
ຫ​ວຽດ​ນາມ ຊຸກ​ຍູ້​ການ​ສົນ​ທະ​ນາ​ລະ​ຫວ່າງວິ​ສາ​ຫະ​ກິດ ອາ​ຊຽນ - ລັດ​ເຊຍ ຢູ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ ຕາ​ເວັນ​ອອກ ປີ 2024 - ảnh 1 ເວທີປາໄສເສດຖະກິດຕາເວັນອອກ ຄັ້ງທີ 9 (ພາບ: TTXVN)

ນະທີ່ນີ້, ທ່ານ Daniyar Akkaziev, ຜູ້ຮັກສາການອຳນວຍການຝ່າຍບໍລິຫານສະພາທຸລະກິດ ລະຫວ່າງ ລັດເຊຍ - ອາຊຽນ ຢັ້ງຢືນວ່າ ສະຫະພັນ ລັດເຊຍ ຖືການຮ່ວມມືກັບ ອາຊຽນ ເປັນສຳຄັນ ແລະ ສະຫະພັນ ລັດເຊຍ ກໍພວມປະຕິບັດຍຸດທະສາດທິດຕາເວັນອອກ. ທ່ານ Akkaziev ມີຄວາມຕັ້ງຫວັງຢ່າງໃຫຍ່ຫຼວງກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ລັດເຊຍ - ອາຊຽນ ນັບທັງດ້ານການຄ້າ ໃນສະພາບການຂອງສັງກາດເຕັກໂນໂລຢີດີຈີຕອນ.

        ໃນບົດກ່າວປາໄສຂອງຕົນ, ທ່ານ ເລວຽດຫາຍ, ຜູ້ກໍ່ຕັ້ງ ທັງເປັນປະທານສະພາບໍລິຫານກຸ່ມບໍລິສັດກໍ່ສ້າງຮ່ວາບິ່ງ ໃຫ້ຮູ້ວ່າ ຜ່ານການເຈລະຈາ, ແລກປ່ຽນກັບບັນດາຄູ່ຮ່ວມມື, ປັດຈຸບັນ ຕະຫຼາດ ລັດເຊຍ ພວມມີຄວາມຕ້ອງການເປັນຈຳນວນຫຼາຍກ່ຽວກັບການດຳເນີນການກໍ່ສ້າງ, ຊັບພະຍາກອນມະນຸດຮັບໃຊ້ຂົງເຂດກໍ່ສ້າງ ກໍຄື ວັດສະດຸກໍ່ສ້າງ ແລະ ກຸ່ມບໍລິສັດຂອງທ່ານ ພວມມຸ່ງໄປເຖິງການຮ່ວມມືກັບບັນດາຄູ່ຮ່ວມມືລັດເຊຍ ໃນຂົງເຂດນີ້. ໃນວັນດຽວກັນ, ທ່ານ ເລວຽດຫາຍ ໄດ້ພົບປະ ແລະ ເຈລະຈາກັບຫຼາຍວິສາຫະກິດ ແລະ ອຳນາດການປົກຄອງທ້ອງຖິ່ນຂອງ ລັດເຊຍ ພ້ອມດຽວກັນນັ້ນ, ຜູ້ຕາງໜ້າກຸ່ມບໍລິສັດກໍ່ສ້າງຮວ່າບິ່ງ ກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOU) ກັບກຸ່ມບໍລິສັດໃຫຍ່ພັດທະນາ ຕາເວັນອອກໄກ ແລະ ຂົ້ວໂລກເໜືອ, ກຸ່ມບໍລິສັດ Segezha ແລະ ກອງທຶນ Roscongress.

ຕອບກັບ

ຂ່າວ/ບົດ​ອື່ນ