ຫວຽດນາມ ຊຸກຍູ້ການຮ່ວມມື 2 ຝ່າຍກັບ ລັດເຊຍ, ຢູແກຼນ ແລະ ເນປານ

(VOVWORLD) -2 ຝ່າຍຢືນຢັນຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເປັນສຳຄັນ
ຫວຽດນາມ ຊຸກຍູ້ການຮ່ວມມື 2 ຝ່າຍກັບ ລັດເຊຍ, ຢູແກຼນ ແລະ ເນປານ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານຮອງປະທານສະພາສູງສະຫະພັນ ລັດເຊຍ Konstantin Kosachev)

        ຕອນບ່າຍວັນທີ 22 ພະຈິກ, ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 43 (AIPA-43), ຢູ່ ພະນົມເປັນ, ປະເທດ ກຳປູເຈຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານຮອງປະທານສະພາສູງສະຫະພັນ ລັດເຊຍ Konstantin Kosachev. ທີ່ການພົບປະ, 2 ຝ່າຍຢືນຢັນຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ລັດເຊຍ ເປັນສຳຄັນ; ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມ.

        ທີ່ການພົບປະກັບທ່ານຮອງປະທານສະພາແຫ່ງຊາດ ຢູແກຼນ Oleksandr Korniyenko, ການນຳ 2 ທ່ານປາດຖະໜາວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ.

        ຢູ່ທັງ 2 ການພົບປະດັ່ງກ່າວ, ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ ຢູແກຼນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລ້ວນແຕ່ຢືນຢັນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ທີ່ວ່າ: ບັນດາການຂັດແຍ້ງກັນຕ້ອງໄດ້ແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ; ປາດຖະໜາວ່າ ບັນດາຝ່າຍທີ່ກ່ຽວຂ້ອງຈະຢຸດຕິການປະທະກັນ, ເຊື່ອມຕໍ່ການເຈລະຈາໂດຍໄວ. ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ຫວຽດນາມ ໜູນຊ່ວຍມະນຸດສະທຳໃຫ້ປະຊາຊົນ ຢູແກຼນ ເປັນເງິນຈຳນວນ 500.000 USD ຜ່ານສະພາກາແດງ ແລະ ສະຫະປະຊາຊາດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ພົບປະກັບຄູ່ຕຳແໜ່ງ ເນປານ, Ganesh Prasad Timilsina ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ