ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ໂຮນ​ລັງ ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ບັນດາຄູ່ຮ່ວມມືຂອງໂຮນລັງ ເຫັນດີຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ.
ຫວຽດ​ນາມ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ໂຮນ​ລັງ ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຮັ່ງ ແລະ ສະເດັດເຈົ້າ Jaime De Bourbon de Parme (ພາບ:TTXVN)

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ໂຮນລັງ, ວັນທີ 17 ກັນຍາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຫງວຽນມິງຮັ່ງ ໄດ້ເຮັດວຽກກັບສະເດັດເຈົ້າ Jaime De Bourbon de Parme, ເອກອັກຄະລັດຖະທູດ ໂຮນລັງ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຮັບຜິດຊອບເວທີປາໄສຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ບັນດາເປົ້າໝາຍພັດທະນາແບບຍືນຍົງ SDGs (ເວທີປາໄສ P4G) ແລະ ເອກອັກຄະລັດຖະທູດ ໂຮນລັງກ່ຽວກັບບັນຫາແຫຼ່ງຊັບພະຍາກອນນ້ຳ.

        ໃນການເຮັດວຽກ, ຮອງລັດຖະມົນຕີ ຫວຽດນາມ ທ່ານນາງ ຫງວຽນມິງຮັ່ງ ສະເໜີໃຫ້ ໂຮນລັງ ສືບຕໍ່ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະຍາກອນ, ສະກັດກັ້ນນ້ຳໄຫຼຊຸ, ເຊາະເຈື່ອນ, ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ, ພັດທະນາກະສິກຳສີຂຽວ, ອັດສະລິຍະ, ປ່ຽນແປງພະລັງງານ, ຫັນເປັນສີຂຽວ.

        ສ່ວນສະເດັດເຈົ້າ Jaime De Bourbon de Parme ໄດ້ຝາກຄຳຢື້ຢາມຖາມຂ່າວ ແລະ ຂໍສະແດງຄວາມແບ່ງເບົາຢ່າງສຸດຊື້ງກັບປະເທດ ແລະ ປະຊາຊົນ ຫວຽດນາມ ທີ່ຖືກເສຍຫາຍຢ່າງໃຫຍ່ຫຼວງ ຍ້ອນພາຍຸ Yagi ກໍ່ຂຶ້ນໃນໄລຍະຜ່ານມາ. ບັນດາຄູ່ຮ່ວມມືຂອງໂຮນລັງ ເຫັນດີຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ