ຫວຽດນາມ ຊຸກຍູ້ການຮ່ວມມືສາກົນໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຂ້າມຊາດ

(VOVWORLD) - ກອງປະຊຸມໄດ້ສ້າງເວທີປາໄສສາກົນເພື່ອໃຫ້ຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ ແລະ ຈີນ ພົບປະໂດຍກົງ, ແລກປ່ຽນ, ຊຸກຍູ້ການເພີ່ມທະວີການພົວພັນມິດຕະພາບ 2 ຝ່າຍ ແລະ ຫຼາຍຝ່າຍ
ຫວຽດນາມ ຊຸກຍູ້ການຮ່ວມມືສາກົນໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຂ້າມຊາດ - ảnh 1ຫົວໜ້າອົງການໄອຍະການ ຫວຽດນາມ ແລະ ຈີນພົບປະກັນ
(ພາບປະກອບ: TTXVN)

       ວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ກອງປະຊຸມຫົວໜ້າອົງການໄອຍະການ ບັນດາປະເທດ ອາຊຽນ ແລະ ຈີນ ຄັ້ງທີ 13 ຖືກໄຂຂຶ້ນຢ່າງເປັນທາງການ ດ້ວຍຫົວຂໍ້ “ເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ, ອາດຊະຍາກຳຂ້າມຊາດ”.

        ກອງປະຊຸມໄດ້ສ້າງເວທີປາໄສສາກົນເພື່ອໃຫ້ຫົວໜ້າອົງການໄອຍະການບັນດາປະເທດ ອາຊຽນ ແລະ ຈີນ ພົບປະໂດຍກົງ, ແລກປ່ຽນ, ຊຸກຍູ້ການເພີ່ມທະວີການພົວພັນມິດຕະພາບ 2 ຝ່າຍ ແລະ ຫຼາຍຝ່າຍ, ແບ່ງປັນຜົນສຳເລັດ ແລະ ຄວາມຫຍຸ້ງຍາກ, ສິ່ງທ້າທາຍໃນການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງຂອງແຕ່ລະປະເທດ; ສະເໜີບັນດາມາດຕະການຮ່ວມມືເພື່ອຊຸກຍູ້ການຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດທີ່ມີການຈັດຕັ້ງ ເວົ້າລວມ ແລະ ອາດຊະຍາກຳເຕັກໂນໂລຊີສູງຂ້າມຊາຍແດນເວົ້າສະເພາະໃຫ້ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ