ຫວຽດນາມ ຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມືສາກົນເພື່ອຮັບປະກັນສິດທິມະນຸດຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ

(VOVWORLD) -  ກ່າວຄຳເຫັນທີ່ກອງປະຊຸມປະຈຳປີ ກ່ຽວກັບສິດທິແມ່ຍິງ ແລະ ການໜູນຊ່ວຍສັງຄົມ, ຜູູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ທ່ານ ຫງວຽນມິງຫວູ ຢັ້ງຢືນສິດໄດ້ຮັບການໜູນຊ່ວຍສັງຄົມ ແລະ ຫຼັກການບໍ່ຈຳແນກການປະພຶດໄດ້ລະບຸໃນລັດຖະທຳມະນຸດ ແລະ ກົດໝາຍຂອງ ຫວຽດນາມ. 
ຫວຽດນາມ ຊຸກຍູ້ການໂອ້ລົມສົນທະນາ ແລະ ການຮ່ວມມືສາກົນເພື່ອຮັບປະກັນສິດທິມະນຸດຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ - ảnh 1ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ
(ພາບ:ttdn.vn)

ໃນລະຫວ່າງວັນທີ 30 ມິຖຸນາ - 3 ກໍລະກົດ, ໃນຂອບເຂດກອງປະຊຸມຄັ້ງທີ 53 ເຊິ່ງຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ, ສະພາສິດທິມະນຸດ ສປຊ ໄດ້ຈັດບັນດາກອງປະຊຸມປຶກສາຫາລື ກ່ຽວກັບສິດທິແມ່ຍິງ, ການປ່ຽນແປງຂອງດິນຟ້າອາກາດ… ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມປະຈຳປີ ກ່ຽວກັບສິດທິແມ່ຍິງ ແລະ ການໜູນຊ່ວຍສັງຄົມ, ຜູູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ທ່ານ ຫງວຽນມິງຫວູ ຢັ້ງຢືນສິດໄດ້ຮັບການໜູນຊ່ວຍສັງຄົມ ແລະ ຫຼັກການບໍ່ຈຳແນກການປະພຶດໄດ້ລະບຸໃນລັດຖະທຳມະນຸດ ແລະ ກົດໝາຍຂອງ ຫວຽດນາມ. ຜ່ານບັນດາອົງການສັງຄົມ, ແມ່ຍິງ ຫວຽດນາມ ໄດ້ປະກອບສ່ວນສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍພັດທະນາ ແລະ ໜູນຊ່ວຍສັງຄົມ ດ້ວຍຫຼາຍໝາກຜົນໄດ້ພົ້ນເດັ່ນໃນສາກົນ ແລະ ພາກພື້ນ.

        ທີ່ກອງປະຊຸມປຶກສາຫາລືປະຈຳປີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິກ່ຽວກັບທັນຍາຫານ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ແນະນຳຄວາມມານະພະຍາຍາມຂອງ ຫວຽດນາມ ຜ່ານຜ່າບັນດາຜົນກະທົບຫຍໍ້ທໍ້ຂອງການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໂຄວິດ -19 ແລະ ບັນດາບັນຫາທົ່ວໂລກອື່ນເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽບອາຫານໃຫ້ແກ່ປະຊາຊົນ, ແລະ ກາຍເປັນປະເທດຜະລິດ ແລະ ສະໜອງສະບຽງອາຫານໂປ່ງໃສ - ມີຄວາມຮັບຜິດຊອບ - ຍືນຍົງ, ຄືໄດ້ໃຫ້ຄຳໝັ້ນສັນຍາທີ່ກອງປະຊຸມສຸດຍອດຂອງ ສປຊ ກ່ຽວກັບລະບົບທັນຍາຫານ - ສະບຽງອາຫານ ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ