ຫວຽດນາມ ຊຸກຍູ້ບົດບາດ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາສະມາຊິກລັດຖະສະພາໜຸ່ມ

(VOVWORLD) - ຄະນະຜູ້ແທນ ຫວຽດນາມ ຖືວ່າ, ຕ້ອງຊຸກຍູ້ການເຂົ້າຮ່ວມຂອງບັນດາສະມາຊິກລັດຖະສະພາໜຸ່ມເຂົ້າໃນການເຄື່ອນໄຫວຂອງລັດຖະສະພາໃຫ້ຫຼາຍກວ່າເກົ່າ
ຫວຽດນາມ ຊຸກຍູ້ບົດບາດ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາສະມາຊິກລັດຖະສະພາໜຸ່ມ - ảnh 1(ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA)

        ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA - 44), ວັນທີ 8 ສິງຫາ, ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA (YPA) ໄດ້ດຳເນີນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ. ທີ່ກອງປະຊຸມນີ້, ບັນດາປະເທດໄດ້ປຶກສາຫາລືຮ່າງມະຕິວ່າດ້ວຍການຊຸກຍູ້ການເຂົ້າຮ່ວມຂອງໄວໜຸ່ມເພື່ອການພັດທະນາຢ່າງຮອບດ້ານ, ການຫັນປ່ຽນເສດຖະກິດ ແລະ ເຂົ້າຮ່ວມໂດຍປະຊາທິປະໄຕ; ຮ່າງມະຕິວ່າດ້ວຍການຍົກສູງບົດບາດຂອງສະມາຊິກລັດຖະສະພາໜຸ່ມໃນການບໍລິຫານ ໂດຍ ມາເລເຊຍ ນຳສະເໜີ.

        ກ່ຽວກັບ “ຮ່າງມະຕິວ່າດ້ວຍການຊຸກຍູ້ການເຂົ້າຮ່ວມຂອງໄວໜຸ່ມເພື່ອການພັດທະນາຢ່າງຮອບດ້ານ, ການຫັນປ່ຽນເສດຖະກິດ ແລະ ເຂົ້າຮ່ວມໂດຍປະຊາທິປະໄຕ”, ຄະນະຜູ້ແທນ ຫວຽດນາມ ຖືວ່າ ສາມາດນຳໃຊ້ຜົນສຳເລັດຈາກບັນດາກາລະໂອກາດຂອງເສດຖະກິດດີຈີຕອນ, ກໍຄືວິທະຍາສາດເຕັກໂນໂລຊີ ນະວັດຕະກຳ, ໄວໜຸ່ມ ຫວຽດນາມ ກໍ່ຄືໄວໜຸ່ມໃນພາກພື້ນ ແລະ ທົ່ວໂລກ ຕ້ອງມີສະຕິຮັບຮູ້ຢ່າງຄົບຖ້ວນກ່ຽວກັບກາລະໂອກາດ, ສິ່ງທ້າທາຍ, ຈາກນັ້ນ, ສ້າງບັນດາແຜນການ ແລະ ມີການກະທຳໃຫ້ເໝາະສົມກວ່າ.

        ກ່ຽວກັບ “ຮ່າງມະຕິວ່າດ້ວຍການຍົກສູງບົດບາດຂອງສະມາຊິກລັດຖະສະພາໜຸ່ມໃນການບໍລິຫານ”, ຄະນະຜູ້ແທນ ຫວຽດນາມ ຖືວ່າ, ຕ້ອງຊຸກຍູ້ການເຂົ້າຮ່ວມຂອງບັນດາສະມາຊິກລັດຖະສະພາໜຸ່ມເຂົ້າໃນການເຄື່ອນໄຫວຂອງລັດຖະສະພາໃຫ້ຫຼາຍກວ່າເກົ່າ, ພິເສດແມ່ນວຽກງານສ້າງກົດໝາຍ, ຕິດຕາມກວດກາເລື່ອງຕົກລົງບັນດາບັນຫາສຳຄັນຂອງປະເທດຊາດ, ບັນດານະໂຍບາຍກ່ຽວຂ້ອງເຖິງໄວໜຸ່ມ ແລະ ບັນຫາເຊິ່ງຜູ້ມີສິດເລືອກຕັ້ງໜຸ່ມມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ