ຫວ​ຽດ​ນາມ ຊຸກ​ຍູ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຂໍ້​ລິ​ເລີ່ມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2020

(VOVWORLD) - ທີ່ສະຖານທີ່ຖ່າຍທອດສົດຢູ່ ຫວຽດນາມ, ດ້ວຍບົດບາດເປັນອົງການປະທານກອງປະຊຸມ ASCC ຢູ່ ຫວຽດນາມ, ທ່ານ ຫງວຽນບ໊າຮວານ ໃຫ້ຮູ້ວ່າ: ຕໍ່ໜ້າບັນດາການຜັນແປເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງ ໂລກລະບາດໂຄວິດ - 19, ການສືບຕໍ່ບັນດາຄວາມມານະພະຍາຍາມ ຂອງ ອາຊຽນ ເພື່ອແນໃສ່ຮັບປະກັນການຮັກສາສັນຕິພາບ
ຫວ​ຽດ​ນາມ ຊຸກ​ຍູ້​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຂໍ້​ລິ​ເລີ່ມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2020 - ảnh 1 ຫວຽດນາມ ເຂົ້າຮ່ວມ ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ (ASCC) ຄັ້ງທີ 25 (ພາບ: dangcongsan.vn)

“ຫວຽດນາມ ໄດ້ ແລະ ພວມຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ ແລະ ຂໍ້ລິເລີ່ມທີ່ໄດ້ວາງອອກໃນປີ 2020 ໃຫ້ປະກົດຜົນເປັນຈິງ, ໃນນັ້ນເອົາໃຈໃສ່ເຖິງການເຊື່ອມຕໍ່ກັບບັນດາບຸລະມະສິດ ແລະ ຫົວຂໍ້ຂອງປີ ອາຊຽນ 2021 ເຊິ່ງ ບຣູໄນ ວາງອອກ”. ການຢັ້ງຢື້ນຂອງທ່ານ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນບ໊າຮວານ ຍົກອອກມາຢູ່ກອງປະຊຸມສະພາປະຊາຄົມວັດທະນະທຳ - ສັງຄົມ (ASCC) ຄັ້ງທີ 25 ເຊິ່ງໄດ້ດຳເນີນຕາມຮູບການທາງອອນລາຍໂດຍ ບຣູໄນຈັດຂຶ້ນ ໃນວັນທີ 31 ມີນາ ປີ 2021.

ທີ່ສະຖານທີ່ຖ່າຍທອດສົດຢູ່ ຫວຽດນາມ, ດ້ວຍບົດບາດເປັນອົງການປະທານກອງປະຊຸມ ASCC ຢູ່ ຫວຽດນາມ, ທ່ານ ຫງວຽນບ໊າຮວານ ໃຫ້ຮູ້ວ່າ: ຕໍ່ໜ້າບັນດາການຜັນແປເຊິ່ງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງ ໂລກລະບາດໂຄວິດ - 19, ການສືບຕໍ່ບັນດາຄວາມມານະພະຍາຍາມ ຂອງ ອາຊຽນ ເພື່ອແນໃສ່ຮັບປະກັນການຮັກສາສັນຕິພາບ, ສະຖຽນລະພາບດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ໃນພາກພື້ນ ແລະ ແຕ່ລະປະເທດ ແມ່ນ ເປົ້າໝາຍ ເຊິ່ງປະຊາຄົມຕ້ອງມຸ່ງໄປເຖິງ. ຫວຽດນາມ ຫວັງວ່າ: ທັງໝົດ 15 ອົງການວິຊາສະເພາະ ທີ່ກ່ຽວຂ້ອງຂອງ ASCC ອາຊຽນ ຈະເພີ່ມທະວີ ແລະ ສົມທົບກັນຢ່າງມີປະສິດທິຜົນໃນການສ້າງສາ ແລະ ສ້າງບັນດາແຜນການປະຕິບັດງານຂອງຕົນໃນໄລຍະ 2021 – 2025 ໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ