ຫວຽດນາມ ຊົມເຊີຍ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຟື້ນຟູການປະຕິບັດວິວັດທະນາການສັນຕິພາບຕາເວັນອອກາງ

(VOVWORLD) - ວັນທີ 11 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການຢູ່ຕາເວັນອອກກາງລວມມີບັນຫາຂອງ ປາແລັດສະຕິນ, ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ:

 ຫວຽດນາມ ຊົມເຊີຍບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຟື້ນຟູການປະຕິບັດວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ໂດຍອີງໃສ່ບັນດາຂໍ້ຕົກລົງສາກົນ ແລະ 2 ຝ່າຍ. ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ ຢັ້ງຢືນວ່າ ການສະໜັບສະໜູນຢ່າງແຮງສຳລັບການຕໍ່ສູ້ຖືກຕ້ອງຕາມກົດໝາຍ ເພື່ອສິດບໍ່ອາດມອບໂອນຂອງປະຊາຊົນຊາວ ປາແລັດສະຕິນ.

ຫວຽດນາມ ຊົມເຊີຍ ບັນດາຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຟື້ນຟູການປະຕິບັດວິວັດທະນາການສັນຕິພາບຕາເວັນອອກາງ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ

        ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາການເຄື່ອນໄຫວຂອງ ອິດສະລາແອັນໃນການຕັ້ງຖິ່ນຖານຄົງທີ່ຢ່າງຕໍ່ເນື່ອງ ກໍ່ຄືບັນດາຄຳຮຽກຮ້ອງຫວ່າງແລ້ວນີ້ ແນໃສ່ໂຮມບັນດາເຂດດິນແດນ ປາແລັດສະຕິນ ຖືກຢຶດຄອງມານັ້ນເຂົ້າກັນ. ຫວຽດນາມ ຮຽກຮ້ອງ ແລະ ສະໜັບສະໜູນບັນດາຝ່າຍທີ່ກ່ຽວຂ້ອງ ພ້ອມກັນມານະພະຍາຍາມ ເພື່ອບັນລຸໄດ້ມາດຕະການສັນຕິພາບຢ່າງຮອບດ້ານ, ຍຸຕິທຳ ແລະ ຍາວນານ ໂດຍຜ່ານການພົບປະເຈລະຈາ ອີງໃສ່ການເຄົາລົບກົດໝາຍສາກົນ, ກົດບັດສະຫະປະຊາຊາດ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ