ຫວຽດ​ນາມ ຊົ​ມ​ເຊີຍ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກຳ​ລັງ ຕາ​ລີ​ບານ

(VOVWORLD) -ຕອນບ່າຍວັນທີ 10 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິເລກທີ 2513 ກ່ຽວກັບການສະໜັບສະໜູນຂໍ້ຕົກລົງສັນຕິພາບລະຫວ່າງ ອາເມລິກາ ແລະ ກຳລັງຂະໜານນາມເອງ “ສະຫະລັດ ອິດສະລາມ ອັບການິດສະຖານ” (ໝາຍຄວາມວ່າແມ່ນກຳລັງຕາລີບານ).

ມະຕິເລກທີ 2513 ກໍ່ໄດ້ຊົມເຊີຍຂໍ້ຕົກລົງສັນຕິພາບທີ່ລົງນາມໃນວັນທີ 29 ກຸມພາ 2020 ດັ່ງກ່າວ ແລະຖະແຫຼງການຮ່ວມລະຫວ່າງ ອາເມລິກາ ແລະ ອັບການິດສະຖານທີ່ລົງນາມໃນວັນທີ 28 ກຸມພາ 2020, ພ້ອມທັງເນັ້ນໜັກວ່າ ວິວັດທະນາການສ້າງສັນຕິພາບຕ້ອງແມ່ນຄົນອັບການິດສະຖານນຳພາ ແລະ ເປັນເຈົ້າຂອງ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຢູ່ ອັບການິດສະຖານສົ່ງເສີມການເຈລະຈາ ເພື່ອມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ວິທີການແກ້ໄຂດ້ານການເມືອງ.

        ກ່າວຄຳເຫັນພາຍຫຼັງຮັບຮອງເອົາມະຕິ, ທ່ານດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງສັນຕິພາບ ແລະ ຖະແຫຼງການຮ່ວມ, ຂອບໃຈຄວາມມານະພະຍາຍາມຂອງ ອາເມລິກາ, ອັບການິດສະຖານ, ກາຕາ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ, ພ້ອມທັງເນັ້ນໜັກເຖິງເລື່ອງຫວຽດນາມໄດ້ປ່ອນບັດສະໜັບສະໜູນດ້ວຍຄວາມປາດຖະໜາວ່າ ມະຕິຈະປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບທີ່ຍາວນານຢູ່ ອັບການິດສະຖານ. ເພື່ອຜົນປະໂຫຍດຂອງ ຊາວອັບການິດສະຖານ ແລະ ຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະໜູນຊ່ວຍ ອັບການິດສະຖານ ໃນວິວັດທະນາການສ້າງສັນຕິພາບ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ