ຫວຽດນາມ ຊົມເຊີຍຍ້ອງຍໍການເຄື່ອນໄຫວສືບສວນໂທດກຳກໍ່ການຮ້າຍຂອງ UNITAD

(VOVWORLD) - ວັນທີ 15 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືບົດລາຍງານສະພາບການເຄື່ອນໄຫວຂອງຄະນະປະຕິບັດງານສະຫະປະຊາຊາດໃນການສືບສວນໂທດກຳຂອງອົງການລັດອິດສະລາມ (IS) ຢູ່ ອີຣັກ (ເອີ້ນຫຍໍ້ແມ່ນ UNITAD) ໃນ 6 ເດືອນຜ່ານມາ.
ຫວຽດນາມ ຊົມເຊີຍຍ້ອງຍໍການເຄື່ອນໄຫວສືບສວນໂທດກຳກໍ່ການຮ້າຍຂອງ UNITAD - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ (ພາບ: TTXVN)

        ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດສ່ວນຫລາຍລ້ວນແຕ່ຢືນຢັນເຖິງຄວາມພະຍາຍາມ ແລະ ການເຄື່ອນໄຫວຢ່າງມີປະສິດທິຜົນຂອງ UNITAD; ພ້ອມທັງ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ UNITAD ປະຕິບັດໜ້າທີ່ຢ່າງມີປະສິດທິຜົນ ໂດຍອີງໃສ່ບັນດາມະຕິທີ່ກ່ຽວຂ້ອງສະບັບຕ່າງໆຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ສອດຄ່ອງກັບກົດໝາຍສາກົນ ແລະ ກົດໝາຍຂອງ ອີຣັກ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດໄດ້ສະເໜີ UNITAD ສືບຕໍ່ສຸມໃສ່ເຂົ້າບັນດາບຸລິມະສິດຍຸດທະສາດໃນໄລຍະຈະມາເຖິງ, ເອົາໃຈໃສ່ເປັນພິເສດເຖິງການປົກປ້ອງຕົວພະຍານ ແລະ ຜູ້ຖືກເຄາະຮ້າຍຈາກ IS, ເພີ່ມທະວີການສົບທົບກັບລັດຖະບານ ອີຣັກ ໃນທຸກຂັ້ນຕອນການເຄື່ອນໄຫວ ເພື່ອຮັບປະກັນຄວາມເຄົາລົບອະທິປະໄຕ ແລະ ສິດພິພາກສາຂອງ ອີຣັກ ສຳລັບບັນດາໂທດກຳທີ່ເກີດຂຶ້ນໃນຜືນແຜ່ນດິນຂອງປະເທດນີ້. ທ່ານ ດັ້ງດີງກຸຍ ກໍ່ເນັ້ນໜັກວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພ້ອມກັບບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ສືບຕໍ່ໜູນຊ່ວຍ ເພື່ອໃຫ້ UNITAD ປະຕິບັດພາລະກຳຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ