ຫວຽດນາມ ຊົມເຊີຍທະນາຄານ ພັດທະນາອາຊີ ໜູນຊ່ວຍການ ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່

ຫວຽດນາມ ຊົມເຊີຍທະນາຄານ ພັດທະນາອາຊີ ໜູນຊ່ວຍການ ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Vu Van Ninh
ຕ້ອນຮັບທ່ານ Tomoyuki Kimura, ຜູ້ອຳ​ນວຍການ​ແຫ່ງ​ຊາດ​ ADB
(ພາບ: chinhphu.vn)

(vovworld) -     ຫວຽດນາມ ຊົມ​ເຊີຍ​ທະນາຄານ​ພັດທະນາ​ອາຊີ (ADB) ໜູນ​ຊ່ວຍ​ການ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່. ນີ້​ແມ່ນ​ເນື້ອ​ໃນ​​ເຊິ່ງທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Vu Van Ninh ​ໄດ້​ເນັ້ນ​ໜັກ​ເຖິງ​ໃນ​ການ​ຕ້ອນຮັບ​ທ່ານ Tomoyuki Kimura, ຜູ້ອຳ​ນວຍການ​ແຫ່ງ​ຊາດ​ ADB ປະຈຳ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່​ກໍ​ຄື​ບັນດາ​ການ​ປະກອບ​ສ່ວນ​ຂອງ ADB ​ໃນ​ວຽກ​ງານ​ທາ​ບທາມ​ນະ​ໂຍບາຍ, ໜູນ​ຊ່ວຍ​ດ້ານ​ເຕັກນິກ, ການ​ເງິນ​ທີ່​ມີ​ຕໍ່​ຂົງ​ເຂດສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​ຂອງ​ລັດ​ຄືນ​ໃໝ່​ເວົ້າ​ລວມ, ສ້າງ​ໂຄງ​ປະກອບ​ພື້ນຖານ​ລັດວິ​ສາ​ຫະກິດ​ເວົ້າ​ສະ​ເພາະ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ ຫວຽດນາມ ຈະ​ດຳ​ເນີນ​ການ​ປົວ​ແປງ, ດັດ​ປັບ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ຮັບປະກັນ​ລັກສະນະ​ຄົບ​ຊຸດ, ​ເໝາະ​ສົມ​ກັບທຳນຽມສາກົນຕໍ່ກັບ​ສະພາບ​ການ​ໃໝ່. ​ໃນ​ສະພາບ​ການ​ນັ້ນ, ຫວຽດນາມ ຫວັງ​ວ່າ​ທະນາຄານ​ສືບ​ຕໍ່​ໜູນ​ຊ່ວຍ​ທັງ​ທາງ​ດ້ານ​ທຶນຮອນ, ບົດຮຽນ ກໍ​ຄື​ກົນ​ໄກ​ທາ​ບທາ​ມນະ​ໂຍບາຍ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ Tomoyuki Kimura ​ໄດ້​ຢືນຢັນ​ຄຳ​ໝັ້ນສັນຍາ​ຂອງ ADB ​ໃນ​ການ​ໜູນ​ຊ່ວຍ​ການ​ພັດທະນາ​ທີ່​ມີ​ຕໍ່​ຫວຽດນາມ ​ເວົ້າ​ລວມ, ໜູນ​ຊ່ວຍ​ໃນ​ຂົງ​ເຂດສ້າງ​ໂຄງ​ປະກອບພື້ນຖານ​ເສດຖະກິດ​​ຄືນ​ໃໝ່, ພິ​ເສດ​ແມ່ນສ້າງ​ໂຄງ​ປະກອບ​ລັດວິ​ສາ​ຫະກິດ​​ຄືນ​ໃໝ່​ເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ