ຫວຽດນາມ ຊົມເຊີຍທ່າທີຕັ້ງໜ້າຂອງ ຈີນ ກ່ຽວກັບ COC

ຫວຽດນາມ ຊົມເຊີຍທ່າທີຕັ້ງໜ້າຂອງ ຈີນ ກ່ຽວກັບ COC - ảnh 1
(ພາບ : http://biendong.vntime.vn)

ວັນ​ທີ 24/11, ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ, ​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ທັດສະນະ​ຂອງ​ຫວຽດນາມ​ຕໍ່ໜ້າ​ທ່າ​ທີ​ອັນ​ຕັ້ງໜ້າ​ຂອງ​ຈີນ ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບຂໍ້ກຳນົດ​ການ​ປະພຶດ ຂອງ​ຝ່າຍ​ຕ່າງໆ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ (COC) ຢູ່ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ປະ​ເທດ​ອາ​ຊຽນຜ່ານ​ມານັ້ນ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເລືອ​ງ​ແທງ​ງິ້, ກ່າວ​ວ່າ:

    ພວກ​ເຮົາ​ຖື​ວ່າ ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຜົນ​ປະ​ໂຫຍ​ດລວມຂອງ​ພາກ​ພື້ນ ​ແລະ​ທຸກ​ປະ​ເທດ. ບັນດາຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ແກ້​ໄຂ​ການ​ພິພາດ ດ້ວຍ​ມາດ​ຕະການ​ສັນຕິພາບ, ປະຕິບັດ​ຕາມ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ວ່າ​ດ້ວຍ​ທະ​ເລ​ຂອງ ສະຫະປະຊາ​ຊາດ ​ເມື່ອ​ປີ 1982. ຫວຽດນາມ​ຊົມ​ເຊີຍ​ເລື່ອງ​ອາ​ຊຽນ ​ແລະ​ຈີນ ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ​ມຸ້ງ​ໄປ​ເຖິງ​ເລື່ອງ​ສ້າງຂໍ້ກຳນົດ​ການ​ປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ​.

ຂ່າວ/ບົດ​ອື່ນ