ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ການ​ຕີ​ລາ​ຄາ​ຕັ້ງ​ໜ້າ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບວຽກ​ງານ​ບໍ​ລິ​ຫານນະ​ໂຍ​ບາຍ​ເງິນ​ຕາ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ

(VOVWORLD) - ລັດຖະບານ ຫວຽດນາມ ຊົມເຊີຍການຕີລາຄາອັນຕັ້ງໜ້າຂອງກະຊວງການເງິນ ອາເມລິກາ ໃນໄລຍະຜ່ານມາສຳລັບວຽກງານບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ.
ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ການ​ຕີ​ລາ​ຄາ​ຕັ້ງ​ໜ້າ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບວຽກ​ງານ​ບໍ​ລິ​ຫານນະ​ໂຍ​ບາຍ​ເງິນ​ຕາ, ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ  (ພາບ: TTXVN)

ຕອນບ່າຍວັນທີ 5 ມິຖຸນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Janet Yellen  ລັດຖະມົນຕີກະຊວງການເງິນ ອາເມລິກາ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຊົມເຊີຍການຕີລາຄາອັນຕັ້ງໜ້າຂອງກະຊວງການເງິນ ອາເມລິກາ ໃນໄລຍະຜ່ານມາສຳລັບວຽກງານບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນເງິນຕາຂອງ ຫວຽດນາມ.

        ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ປາດຖະໜາວ່າ ອາເມລິກາ ສືບຕໍ່ໃຫ້ການຊ່ວຍເຫຼືອດ້ານການເງິນໃຫ້ແກ່ການພັດທະນາເສດຖະກິດ ຫວຽດນາມ ຢ່າງແຮງ ຜ່ານບັນດາຂໍ້ລິເລີ່ມສອງຝ່າຍ ແລະ ຫຼາຍຝ່າຍ, ໃນນັ້ນ ມີໂຄງການຄູ່ຮ່ວມມືຫັນປ່ຽນພະລັງງານຍຸຕິທຳ (JETP). ທ່ານຮອງນາຍົກລັດຖະມົນຕີ ສະເໜີວ່າ ທ່ານນາງລັດຖະມົນຕີກະຊວງການເງິນ ອາເມລິກາ  ແລະ ກະຊວງການເງິນ ອາເມລິກາ ມີສຽງເວົ້າສະແດງການສະໜັບສະໜູນ, ສ້າງຄວາມເຫັນດີເຫັນພ້ອມພາຍໃນລັດຖະບານ ແລະ ສະພາແຫ່ງຊາດ ອາເມລິກາ ເພື່ອຮັບຮອງ ກົນໄກເສດຖະກິດການຕະຫຼາດຂອງ ຫວຽດນາມ ໂດຍໄວ.

        ທ່ານນາງ Janet Yellen  ລັດຖະມົນຕີກະຊວງການເງິນ ອາເມລິກາ ເນັ້ນໜັກວ່າ “ວຽກງານບຸລິມະສິດ ແມ່ນການປົວແປງການພົວພັນດ້ານເສດຖະກິດ 2 ປະເທດ” ແລະ ພ້ອມແລ້ວທີ່ຈະແລກປ່ຽນກັບ ຫວຽດນາມ ໃນບັນດາຂົງເຂດເພື່ອປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ