ຫວຽດນາມ ຊົມເຊີຍເລື່ອງ ກຳປູເຈຍ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ປະສົບຜົນສຳເລັດ

(VOVWORLD) - ເນື່ອງໃນໂອກາດລາຊະອານາຈັກ ກຳປູເຈຍ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ໃນວັນທີ 29 ກໍລະກົດ 2018 ໄດ້ປະສົບຜົນສຳເລັດຢ່າງຈົບງາມ,
ຫວຽດນາມ ຊົມເຊີຍເລື່ອງ ກຳປູເຈຍ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ປະສົບຜົນສຳເລັດ - ảnh 1ຫວຽດນາມ ຊົມເຊີຍເລື່ອງ ກຳປູເຈຍ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ປະສົບຜົນສຳເລັດ 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງຈົດໝາຍອວຍພອນເຖິງທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍ່ສົ່ງຈົດໝາຍອວຍພອນເຖິງທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin.

        ການນຳ ຫວຽດນາມ ໄດ້ສ້າງສະແດງຄວາມເຊື່ອໝັ້ນວ່າ ກຳປູເຈຍ ຈະສ້າງຕັ້ງສະພາແຫ່ງຊາດ ແລະ ລັດຖະບານໃໝ່ໂດຍໄວ ເພື່ອນຳພາປະຊາຊົນຍາດໄດ້ຜົນງານອັນໃຫຍ່ຫລວງຫລາຍຢ່າງກ່ວາອີກ ໃນພາລະກິດສ້າງສາປະເທດ ກຳປູເຈຍ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ດ້ວຍບົດບາດ ແລະ ທີ່ຕັ້ງນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະ ໃນໂລກ. ການນຳ ຫວຽດນາມ ກໍ່ເຊື່ອໝັ້ນຢ່າງສົມບູນວ່າ ສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ຈະນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາຢ່າງເຂັ້ມແຂງ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນປະຊາຄົມ ອາຊຽນ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ຕອນບ່າຍວັນທີ 29 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໂທລະສັບອວຍພອນທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ແລະ ພັກປະຊາຊົນ ກຳປູເຈຍ ກ່ຽວກັບໝາກຜົນອັນດີງາມທີ່ສຸດໃນເບື້ອງຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ