ຫວຽດນາມ ຊອກຫາຄວາມສາມາດບົ່ມຊ້ອນ ຊຸກຍູ້ການຮ່ວມມືດ້ານສິນໃນນ້ຳກັບ ອິນເດຍ

(VOVWORLD) - ອິນເດຍ ແມ່ນແຫຼ່ງສະໜອງສິນໃນນ້ຳສຳຄັນສຳລັບປຸງແຕ່ງຂະແໜງສິນໃນນ້ຳຂອງ ຫວຽດນາມ. ຫວຽດນາມ ໄດ້ນຳເຂົ້າກຸ້ງ, ປາຫຼາຍຊະນິດ ຈາກອິນເດຍ
ຫວຽດນາມ ຊອກຫາຄວາມສາມາດບົ່ມຊ້ອນ ຊຸກຍູ້ການຮ່ວມມືດ້ານສິນໃນນ້ຳກັບ ອິນເດຍ - ảnh 1(ພາບປະກອບຈາກສຳນັກຂ່າວສານ ຫວຽດນາມ)

 

ວັນທີ 24 ກັນຍາ, ຢູ່ນະຄອນຫຼວງ ນິວເດລີ, ສະພາການຄ້າ ແລະ ອຸດສາຫະກຳ ຂອງ ອິນເດຍ ໄດ້ສົມທົບກັບກະຊວງສິນໃນນ້ຳ ລັດ Madhya Pradesh ຈັດຕັ້ງກອງປະຊຸມສິນໃນນ້ຳຢູ່ລັດນີ້. ເຂົ້າຮ່ວມກອງປະຊຸມມີທ່ານ Shri Tulsiram Silawat, ລັດຖະມົນຕີກະຊວງສິນໃນນ້ຳລັດ Madhya Pradesh; ທ່ານ Shri Sagar Mehra, ຫົວໜ້າກົມຂຶ້ນກັບກະຊວງສິນໃນນ້ຳ ອິນເດຍ ພ້ອມກັບຜູ້ຕາງໜ້າ ຫວຽດນາມ, ຍີ່ປຸ່ນ, Mauritius, Nepal ແລະ ຜູ້ຕາງໜ້າບັນດາວິສາຫະກິດສິນໃນນ້ຳ ຢູ່ລັດ Madhya Pradesh.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ໂດ໋ຢຸຍແຄັ໊ງ, ເລຂາທີ 1, ສະພາການຄ້າ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ: ອິນເດຍ ແມ່ນແຫຼ່ງສະໜອງສິນໃນນ້ຳສຳຄັນສຳລັບປຸງແຕ່ງຂະແໜງສິນໃນນ້ຳຂອງ ຫວຽດນາມ. ຫວຽດນາມ ໄດ້ນຳເຂົ້າກຸ້ງ, ປາຫຼາຍຊະນິດ ຈາກອິນເດຍ. ຫວຽດນາມ ຍືນອັນດັບທີ 4 ໃນຈຳນວນບັນດາປະເທດນຳເຂົ້າສິນໃນນຳ້ຈາກ ອິນເດຍ ດ້ວຍຍອດວົງເງິນບັນລຸ 280 ລ້ານ USD/ປີ. ສອງປະເທດ ກໍ່ຄືລັດ Madhya Pradesh ມີຄວາມສາມາດບົ່ມຊ້ອນຮ່ວມມືໃນຂົງເຂດສິນໃນນ້ຳ ກ່ຽວກັບດ້ານການຄ້າ, ການລົງທຶນ, ການຄົ້ນຄ້ວາ ແລະ ບຳລຸງສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ