ຫວຽດນາມ ຍົກສູງຄວາມສຳຄັນຂອງ ຄະນະປະຕິບັດງານ ສປຊ ໃນການຮັກສາຄວາມໝັ້ນຄົງ ຢູ່ເຂດຂັດແຍ້ງ Abyei

(VOVWORLD) -ວັນທີ 13 ຕຸລາ (ຕາມເວລາ ນິວຢອກ), ສະພາຄວາມໝັ້ນຄົງ ສປຊ  ໄດ້ຈັດກອງປະຊຸມກ່ຽວກັບການເຄື່ອນໄຫວຂອງ ຄະນະປະຕິບັດງານຮັກສາຄວາມໝັ້ນຄົງ ຊົ່ວຄາວຂອງ ສປຊ ຢູ່ Abyei, ເອີ້ນຫຍໍ້ວ່າ UNISFA. ກອງປະຊຸມໄດ້ດຳເນີນໃນສະພາບການ ຢູ່ Abyei ພວມມີສິ່ງທ້າທາຍຫຼາຍຢ່າງຕໍ່ການເຄື່ອນໄຫວຂອງ UNISFA.
ຫວຽດນາມ ຍົກສູງຄວາມສຳຄັນຂອງ ຄະນະປະຕິບັດງານ ສປຊ ໃນການຮັກສາຄວາມໝັ້ນຄົງ ຢູ່ເຂດຂັດແຍ້ງ Abyei - ảnh 1ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ໄດ້ແບ່ງປັນຄວາມວິຕົກກັງວົນ ກ່ຽວກັບຄວາມຫຍຸ້ງຍາກ ເຊິ່ງ UNISFA ຕ້ອງປະເຊີນໜ້າ. ທ່ານເອກອັກຄະລັດຖະທູດ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັບປະກັນຄວາມສະຫງົບ, ຄວາມປອດໄພໃຫ້ແກ່ພະນັກງານ ສປຊ ແລະ ຮຽກຮ້ອງໃຫ້ ລັດຖະບານປະເທດທີ່ກ່ຽວຂ້ອງ ປະຕິບັດຄຳໝັ້ນສັນຍາ ຕາມຂໍ້ຕົກລົງຜັນຂະຫຍາຍກຳລັງ (SOFA) ກັບ UNISFA ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ຄະນະປະຕິບັດງານອາດຈະປະຕິບັດໜ້າທີ່ຢ່າງຄົບຖ້ວນ, ສອດຄ່ອງກັບມະຕິສະບັບຕ່າງໆທີ່ກ່ຽວຂ້ອງ ຂອງ ສປຊ. ທ່ານເອກອັກຄະລັດຖະທູດ ໄດ້ຢັ້ງຢືນວ່າ ເລື່ອງ UNISFA ສືບຕໍ່ ມີໜ້າຢູ່ Abyei ແມ່ນຈຳເປັນ ເພື່ອແນໃສ່ຮັກສາຄວາມສະຖຽນລະພາບ ຢູ່ບໍລິເວນນີ້ ແລະ ໜູນຊ່ວຍວຽກງານຂອງກົນໄກຕິດຕາມກວດກາ ແລະ ກວດກາຢັ້ງຢືນເສັ້ນຊາຍແດນລວມ (JBVMM) ຢູ່ Abyei.

ທ່ານເອກອັກຄະລັດຖະທູດ ຟ້າມຫ໋າຍແອັງ ໄດ້ຕີລາຄາສູງ ຕໍ່ຄວາມມານະພະຍາຍາມຂອງ UNISFA, ຄະນະເລຂາ ສປຊ ແລະ ທູດພິເສດຂອງ ທ່ານເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບພາກພື້ນ “ອາບຟຼິກກາຕາເວັນອອກ” ໃນການຊຸກຍູ້ການໂອ້ລົມສົນທະນາ ກັບຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍທີ່ມ່ສ່ວນກ່ຽວຂ້ອງກັບ ຄະນະປະຕິບັດງານ.

ຕອບກັບ

ຂ່າວ/ບົດ​ອື່ນ