ຫວຽດນາມ ຍົກສູງບົດບາດຂອງແມ່ຍິງ ແລະ ຊາວໜຸ່ມ ໃນການສະກັດກັ້ນການປະທະກັນ

(VOVWORLD) - ທ່ານຮອງຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ: ຫວຽດນາມ ໄດ້ປະຕິບັດບັນດາບາດກ້າວລະອຽດ ເພື່ອແນໃສ່ຍົກສູງບົດບາດນຳພາ ແລະ ການເຂົ້າຮ່ວມຂອງແມ່ຍິງ ຫວຽດນາມ ໃນການຄຸ້ມຄອງທຸກຂັ້ນ; ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການເຂົ້າຮ່ວມ...
ຫວຽດນາມ ຍົກສູງບົດບາດຂອງແມ່ຍິງ ແລະ ຊາວໜຸ່ມ ໃນການສະກັດກັ້ນການປະທະກັນ - ảnh 1ທ່ານອຸປະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ເຂົ້າຮ່ວມພິທີ

ໃນລະຫວ່າງວັນທີ 13 – 19 ມີນາ, ຢູ່ນິວຢອກ, ປະເທດ ອາເມລິກາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືເປີດດ້ວຍຫົວຂໍ້ “ຊຸກຍູ້ການສະກັດກັ້ນການປະທະກັນ - ມອບສິດໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ” ພາຍໃຕ້ການເປັນປະທານຂອງຍີ່ປຸ່ນ, ປະເທດປະທານສະພາຄວາມໝັ້ນຄົງເດືອນ ມີນາ. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານອຸປະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ, ຮຽກຮ້ອງວ່າ: ສະພາຄວາມໝັ້ນຄົງ ສປຊ ຕ້ອງມີວິທີການສຳຜັດຮອບດ້ານ, ກວມລວມ ແລະ ຖືປະຊາຊົນເປັນໃຈກາງ; ເອົາໃຈໃສ່ແກ້ໄຂສາຍເຫດຕົ້ນຕໍຂອງການປະທະກັນ ເພື່ອແນໃສ່ຫລຸດພົ້ນອອກຈາກສະພາບດ້ອຍພັດທະນາ, ຂາດຄວາມສະເໝີພາບລະຫວ່າງຍິງ - ຊາຍ, ຂາດຄວາມຍຸຕິທຳ ແລະ ການໃຊ້ຄວາມຮຸນແຮງ.

        ທ່ານຮອງຫົວໜ້າຄະນະ ຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ: ຫວຽດນາມ ໄດ້ປະຕິບັດບັນດາບາດກ້າວລະອຽດ ເພື່ອແນໃສ່ຍົກສູງບົດບາດນຳພາ ແລະ ການເຂົ້າຮ່ວມຂອງແມ່ຍິງ ຫວຽດນາມ ໃນການຄຸ້ມຄອງທຸກຂັ້ນ; ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການເຂົ້າຮ່ວມ, ການປະກອບສ່ວນຂອງແມ່ຍິງເຂົ້າໃນບັນດາການເຄື່ອນໄຫວຮັກສາສັນຕິພາບ ສປຊ; ພ້ອມທັງຖືການແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງຊາວໜຸ່ມຄື: ການສຶກສາ, ວຽກເຮັດງານທຳ ແລະ ສະຫວັດດີການ ແມ່ນລູກກຸນແຈ ເພື່ອສະກັດກັ້ນລັດທິຫົວຮຸນແຮງ, ການໃຊ້ຄວາມຮຸນແຮງກໍ່ຄືຄວາມສ່ຽງເກີດ, ເກີດການປະທະກັນຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ