ຫວຽດ​ນາມ ຍົກ​ອອ​ກ​ຂໍ້​ສະ​ເໜີ​ສຳ​ຄັນ​ກ່ຽວ​ກັບ​ສັນ​ຍາ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ

(VOVWORLD) - ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການກະກຽມກອງປະຊຸມສຳຫຼວດກວດກາ ສັນຍາບໍ່ແຜ່ຂະຫຍາຍອາວຸດ ນິວເຄຼຍ (NPT) ປີ 2026 ໄດ້ດຳເນີນແຕ່ວັນທີ 22 ກໍລະກົດ - ວັນທີ 2 ສິງຫາ, ຢູ່ ເຊີແນວ, ສະວິດ. 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ກູງດຶກເຮິນ ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ເຊີແນວ, ຢັ້ງຢືນ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ. ຫວຽດນາມ ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມຮັບປະກັນຄວາມໝັ້ນຄົງໃຫ້ບັນດາປະເທດປອດອາວຸດນິວເຄຼຍ, ໃນນັ້ນ ມີການສ້າງຕັ້ງເຂດປອດອາວຸດນິວເຄຼຍ; ຮຽກຮ້ອງບັນດາປະເທດມະຫາອຳນາດດ້ານນິວເຄຼຍ ເຂົ້າຮ່ວມອະນຸສັນຍາເຂດປອດອາວຸດນິວເຄຼຍ ອາຊີຕາເວັນອອກສ່ຽງໃຕ້ (SEANWFZ). ນະທີ່ນີ້, ຫວຽດນາມ ກໍ່ໄດ້ຢັ້ງຢືນເຖິງຄວາມສຳຄັນຂອງບັນດາສັນຍາສາກົນທີ່ກ່ຽວຂ້ອງເຖິງການບໍ່ແຜ່ຂະຫຍາຍ, ລົບລ້າງອາວຸດນິວເຄຼຍ; ຮຽກຮ້ອງບັນດາປະເທດເຂົ້າຮ່ວມ ແລະ ໃຫ້ສັດຕະຍາບັນສັນຍາຫ້າມທົດລອງນິວເຄຼຍຢ່າງສິ້ນເຊີງໃຫ້ມີຜົນສັກສິດໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ