ຫວຽດນາມ ຍົກເວັ້ນວີຊາ ໃຫ້ພົນລະເມືອງບາງປະເທດ

ຫວຽດນາມ ຍົກເວັ້ນວີຊາ ໃຫ້ພົນລະເມືອງບາງປະເທດ - ảnh 1
(ພາບປະກອບ)

(vovworld) – ລັດຖະບານ​ຫວຽດນາມ ຫາ​ກໍ​ປະກາດ​ມະຕິ​ກ່ຽວ​ກັບ​ການ​ຍົກ​ເວັ້ນວີ​ຊາ ມີ​ກຳນົດ​ເວລາ​ສຳລັບ​ພົນລະ​ເມືອງ​ບັນດາ​ປະ​ເທ​ດຄື: ສະຫະພັນ​ລັດ​ເຊຍ, ຍີ່​ປຸ່ນ, ສ.​ເກົາຫຼີ, ​ແດນ​ມາກ, ນອກ​ແວ, ສະ​ວິດ ​ແລະ ​ແຟງ​ລັງ. ຕາມ​ນັ້ນ​ແລ້ວ, ພົນລະ​ເມືອງ​ບັນດາ​ປະ​ເທດ​ດັ່ງກ່າວ, ​​ເມື່ອ​ເຂົ້າ​ເມືອງ​ຫວຽດນາມ ດ້ວຍ​​ກຳນົດ​ເວລາພັກ​ອາ​ໄສ​ຢູ່​ຫວຽດນາມ ບໍ່​ເກີນ 15 ວັນ ນັບ​ແຕ່​ວັນ​ເຂົ້າ​ເມືອງ, ບໍ​່ຈຳ​ແນ​ກປະ​ເພດ​ໜັງ​ສື່​ຜ່ານ​ແດນ, ຈຸດປະສົງ​ເຂົ້າ​ເມືອງ, ບົນ​ພື້ນຖານ​ຕອບ​ສະໜອງ​ບັນດາ​ເງື່ອນ​ໄຂ​ຕາມ​ກົດໝາຍ​ຫວຽດນາມ ຈະ​ຖືກ​ຍົກ​ເວັ້ນ​ວີ​ຊາ. ນະ​ໂຍບາຍ​ຍົກ​​ເວັ້ນ​ວີ​ຊາ​ດັ່ງກ່າວ​ມີ​ກຳນົດ​ເວລາ 5 ປີ, ນັບ​ແຕ່​ວັນ​ທີ 01/01/2015 ຮອດ​ວັນ​ທີ 31/02/2019 ​ແລະ ຈະ​ໄດ້​ຮັບ​ການ​ພິຈາລະນາ, ຕໍ​່ກຳນົດ​​ເວລາ​ຕາມລະບຽບ​ກົດໝາຍ​ຂອງຫວຽດນາມ.

ຂ່າວ/ບົດ​ອື່ນ