ຫວຽດ​ນາມ ຍົກ​ໃຫ້​ເຫັນແຈ້ງ​ບົດ​ບາດ​ຂອງ ICJ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ການປັບປຸງກົດໝາຍສາກົນ ແມ່ນພື້ນຖານສຳຄັນສຳລັບການຄົງຕົວໂດຍສັນຕິພາບລະຫວ່າງບັນດາປະເທດ. ເພື່ອບັນລຸໄດ້ເປົ້າໝາຍນີ້, ບັນດາປະເທດ ມີຄວາມຮັບຜິດຊອບປະຕິບັດບັນດາພັນທະຂອງຕົນຕາມກົດໝາຍສາກົນ ແລະ ປະຕິບັດຂໍ້ຕົກລົງ, ຄຳຕັດສິນຂອງບັນດາອົງການອຳນາດສານສາກົນ.
ຫວຽດ​ນາມ ຍົກ​ໃຫ້​ເຫັນແຈ້ງ​ບົດ​ບາດ​ຂອງ ICJ ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານນາງອັກຄະລັດຖະທູດ  ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ  (ພາບ: TTXVN)

ວັນທີ 6 ພະຈິກ, ທີ່ສຳນັກງານ ສປຊ ຢູ່ ນິວຢອກ (ອາເມລິກາ), ສະມັດຊາໃຫຍ່, ສປຊ ຊຸດທີ 78 ໄດ້ຈັດວາລະປະຊຸມຄົບຄະນະປຶກສາຫາລືກ່ຽວກັບບົດລາຍງານ ການປະຕິບັດວຽກງານຂອງ ສານຍຸຕິທຳສາກົນ (ICJ). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງອັກຄະລັດຖະທູດ  ເລທິມິງທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຢັ້ງຢືນຄວາມຫຼາຍຮູບຫຼາຍແບບຂອງບັນດາບັນຫາ ເຊິ່ງ ICJ ຖືວ່າ ເປັນຫຼັກຖານທີ່ຈະແຈ້ງສຳລັບລັກສະນະກວມລວມ ແລະ ສິດອຳນາດລວມຂອງສານ.    ການປັບປຸງກົດໝາຍສາກົນ ແມ່ນພື້ນຖານສຳຄັນສຳລັບການຄົງຕົວໂດຍສັນຕິພາບລະຫວ່າງບັນດາປະເທດ. ເພື່ອບັນລຸໄດ້ເປົ້າໝາຍນີ້, ບັນດາປະເທດ ມີຄວາມຮັບຜິດຊອບປະຕິບັດບັນດາພັນທະຂອງຕົນຕາມກົດໝາຍສາກົນ ແລະ ປະຕິບັດຂໍ້ຕົກລົງ, ຄຳຕັດສິນຂອງບັນດາອົງການອຳນາດສານສາກົນ.

        ຜູ້ຕາງໜ້າ ຫວຽດນາມ ກໍເນັ້ນໜັກເຖິງພາລະບົດບາດຫຼັກແຫຼ່ງອື່ນຂອງ ICJ ແມ່ນໃຫ້ຄຳປຶກສາຕາມຂໍ້ກຳນົດຂອງ ກົດບັດ ສປຊ ເພື່ອແນໃສ່ເຮັດແຈ້ງບັນດາແງ່ມູນດ້ານນິຕິກຳທີ່ກ່ຽວຂ້ອງເຖິງບັນດາບັນຫາໃຫຍ່ ເຊິ່ງປະຊາຄົມສາກົນມີຄວາມສົນໃຈ, ໃນນັ້ນ ມີບັນຫາການປ່ຽນແປງຂອງດິນຟ້າອາກາດ. ຫວຽດນາມ ຖືວ່າ ບັນດາວິວັດທະນາການນີ້ ອາດຈະສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ວິທີອະທິບາຍບັນດາພັນທະຕໍ່ສິ່ງແວດລ້ອມຕາມກົດໝາຍສາກົນ, ລວມທັງການຮັບຮອງເອົາການມອບໂອນເຕັກໂນໂລຢີສີຂຽວ ແລະ ປັບປຸງບັນດາພື້ນຖານລວມ ແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ