ຫ​ວຽດ​ນາມ ຍັງຄົງ​ຢືນ​ຢູ່​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກໝາກ​ພິກ​ໄທ

(VOVWORLD) -ຕາມການສະຖິຕິເບື້ອງຕົ້ນຂອງ VPA, ແຕ່ຕົ້ນປີຈົນໝົດເດືອນ 11 ປີ 2022 ເຊິ່ງໄດ້ສະສົມມາ ຫວຽດນາມ ໄດ້ສົ່ງອອກໝາກພິກໄທທຸກຊະນິດໄປຕ່າງປະເທດ ນັບແຕ່ຕົ້ນປີຈົນໝົດເດືອນ 11 ປີ 2022 ແມ່ນຫຼາຍກ່ວາ 211,5 ພັນໂຕນ , ບັນລຸມຸນຄ່າສົ່ງອອກກ່ວາ 911 ລ້ານ USD. 
ຫ​ວຽດ​ນາມ ຍັງຄົງ​ຢືນ​ຢູ່​ອັນ​ດັບ​ທີ​ໜຶ່ງ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກໝາກ​ພິກ​ໄທ - ảnh 1ໝາກກ້ຽງໃຫຍ່ໄດ້ຂາຍຢູ່ອາເມລິກາ 

ປະລິມານການສົ່ງອອກໝາກພິກໄທໄປຍັງບັນດາຕະຫຼາດສຳຄັນລ້ວນແຕ່ຫຼຸດລົງໃນປີ 2022, ແຕ່ຫວຽດນາມ ຍັງຄົງຢູ່ໃນອັນດັບໜຶ່ງຂອງໂລກ ກ່ຽວກັບການສົ່ງອອກໝາກພິກໄທ. ໃນໄລຍະຈະມາເຖິງ, ຂະແໜງໝາກພິກໄທ ຄວນສຸມໃສ່ຍົກສູງຄຸນນະພາບ, ອັດຕາປຸງແຕ່ງ ເພື່ອສ້າງຄຸນຄ່າເພີ່ມ ແລະ ຂຸດຄົ້ນບັນດາຕະຫຼາດຢູ່ລະດັບສູງຢ່າງມີປະສິດທິຜົນໂດຍ ຜ່ານບັນດາສັນຍາການຄ້າເສລີ, ເປັນຕົ້ນແມ່ນສັນຍາການຄ້າເສລີ ຫວຽດນາມ - EU (EVFTA). ນີ້ແມ່ນຂໍ້ມູນໂດຍບັນດານັກຊ່ຽວຊານແບ່ງປັນຢູ່ກອງປະຊຸມສຳມະນາຊຸກຍູ້ການສົ່ງອອກໝາກພິກໄທ ແລະ ເຄື່ອງປຸງ ຫວຽດນາມ ຕາມສັນຍາການຄ້າ EVFTA ໂດຍສະມາຄົມໝາກພິກໄທ ຫວຽດນາມ (VPA) ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ ນັບແຕ່ວັນທີ 21 ທັນວາ.

ຕາມການສະຖິຕິເບື້ອງຕົ້ນຂອງ VPA, ແຕ່ຕົ້ນປີຈົນໝົດເດືອນ 11 ປີ 2022 ເຊິ່ງໄດ້ສະສົມມາ ຫວຽດນາມ ໄດ້ສົ່ງອອກໝາກພິກໄທທຸກຊະນິດໄປຕ່າງປະເທດ ນັບແຕ່ຕົ້ນປີຈົນໝົດເດືອນ 11 ປີ 2022 ແມ່ນຫຼາຍກ່ວາ 211,5 ພັນໂຕນ , ບັນລຸມຸນຄ່າສົ່ງອອກກ່ວາ 911 ລ້ານ USD. ຄາດວ່າ ທັງປີ, ການສົ່ງອອກໝາກພິກໄທຂອງ ຫວຽດນາມ ຈະບັນລຸປະມານເກືອບ 230.000 ໂຕນ, ບັນລຸມູນຄ່າ 970 ລ້ານ USD, ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2021.

ຕາມຕົວເລກສະຖິຕິຈາກກົມໃຫຍ່ພາສີ ໃຫ້ຮູ້ວ່າ ໄລ່ຮອດເດືອນ ພະຈິກ, ການສົ່ງອອກໝາກໄມ້ບັນລຸກ່ວາ 3,1 ຕື້ USD. ຄາດວ່າໝົດປີ 2022, ວົງເງິນການສົ່ງອອກອາດຈະບັນລຸ 3,4 ຕື້ USD. ປັດຈຸບັນມີໝາກໄມ້ສົດຫຼາຍຊະນິດ ແມ່ນຜະລິດຕະພັນສົ່ງອອກຫຼັກແຫຼ່ງຢູ່ບັນດາແຂວງທາງພາກໃຕ້ ພວມຢູ່ໃນລະດູເກັບກູ້ຄື: ໝາກກ້ວຍ, ໝາກມັງກອນ, ໝາກກ້ຽງໃຫຍ່, ໝາກມີ້…ດ້ວຍເລື່ອງມີຕະຫຼາດຫຼາຍແຫ່ງເປີດປະຕູໃຫ້ແກ່ໝາກໄມ້ສົດຂອງຫວຽດນາມ, ຄາດວ່າ ໃນລະດູໃໝ່, ການເຄື່ອນໄຫວສົ່ງອອກໝາກໄມ້ສົດທຸກຊະນິດຂອງ ຫວຽດນາມ ຈະບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ