ຫວຽດນາມ ຍັງບໍ່ທັນພົບເຫັນກໍລະນີຕິດພະຍາດຍ້ອນໄວຣັດ Ebola

(VOVWORLD) - ແຕ່ເດືອນ ເມສາ 2018, ພະຍາດຍ້ອນໄວຣັດ Ebola ສືບຕໍ່ຮັບຮູ້ວ່າເກີດມີຢູ່ Congo ດ້ວຍຂອບຂະໜາດນ້ອຍແຕ່ຈຳນວນກໍລະນີເສຍຊີວິດສູງ.

ຫວຽດນາມ ຍັງບໍ່ທັນພົບເຫັນກໍລະນີຕິດພະຍາດຍ້ອນໄວຣັດ Ebola - ảnh 1 ກອງປະຊຸມກ່ຽວກັບການແພດປ້ອງກັນ

(ພາບ: qdnd.vn)

ປະຈຸບັນ, ຫວຽດນາມ ຍັງບໍ່ທັນພົບເຫັນກໍລະນີຕິດພະຍາດຍ້ອນ ໄວຣັດ Ebola. ທີ່ກອງປະຊຸມຂອງສູນຕອບສະໜອງສະພາວະສຸກເສີນເຫດການສາທາລະນະສຸກສາທາລະນະ ຫວຽດນາມ ໃນຕອນບ່າຍວັນທີ 4 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງກວາງເຕີ໋ນ, ຮອງຫົວໜ້າກົມການແພດປ້ອງກັນ (ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ: ແຕ່ເດືອນ ເມສາ 2018, ພະຍາດຍ້ອນໄວຣັດ Ebola ສືບຕໍ່ຮັບຮູ້ວ່າເກີດມີຢູ່ Congo ດ້ວຍຂອບຂະໜາດນ້ອຍແຕ່ຈຳນວນກໍລະນີເສຍຊີວິດສູງ. ຜ່ານການຕີຄາຄາສະພາບການພະຍາດ, ກະຊວງສາທາລະນະສຸກໄດ້ຍອມຮັບວ່າຄວາມສ່ຽງໂລກລະບາດຍ້ອນໄວຣັດ Ebola ຈະແຜ່ລາມເຂົ້າ ຫວຽດນາມ ຍັງຕ່ຳຢູ່. ປະຈຸບັນ, ບັນດາປະເທດອ້ອມຂ້າງ ແລະ ບັນດາປະເທດອື່ນໆ ຍັງບໍ່ທັນພົບເຫັນກໍລະນີຕິດໄວຣັດ Ebola ເທື່ອ. ແຕ່ເຖິງຢ່າງໃດກໍ່ຕາມ, ບໍ່ຍົກເວັ້ນເລື່ອງມີກໍລະນີຕິດພະຍາດຍ້ອນໄວຣັດ Ebola ກັບເມື່ອ ຫວຽດນາມ ຈາກເຂດມີໂລກລະບາດ ດັ່ງນັ້ນ, ຫວຽດນາມ ບໍ່ຄວນອັດຕະວິໄສຕໍ່ການຜັນແປຂອງໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ