ຫວຽດນາມ ຍັງບໍ່ທັນມີຂໍ້ກຳນົດສຳລັບ passport ວັກຊິນ

(VOVWORLD) -ປະຈຸບັນ ຫວຽດນາມ ຍັງບໍ່ທັນມີຂໍ້ກຳນົດສະເພາະກ່ຽວກັບການເຂົ້າເມືອງສຳລັບບັນດາຜູ້ທີ່ໄດ້ສັກວັກຊິນກັນໂຄວິດ-19.
ຫວຽດນາມ ຍັງບໍ່ທັນມີຂໍ້ກຳນົດສຳລັບ passport ວັກຊິນ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ
(ພາບ: cand.com.vn)

ໃນກອງປະຊຸມຂ່າວທາງອອນລາຍເຊິ່ງດຳເນີນໃນຕອນບ່າຍວັນທີ 27 ພຶດສະພາ, ຢູ່ຮ່າໂນ້ຍ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທຸຮັ່ງ ໄດ້ແບ່ງປັນກ່ຽວກັບບັນດາຂໍ້ມູນທີ່ກ່ຽວຂ້ອງເຖິງບັນດານະໂຍບາຍປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ, ພ້ອມທັງຢືນຢັນວ່າ ຫວຽດນາມ ພວມເຈລະຈາກັບບັນດາຄູ່ຮ່ວມມືເພື່ອນຳເຂົ້າວັກຊິນຢ່າງພຽງພໍເພື່ອສັກໃນວົງກວ້າງ.

        ກ່ຽວຂ້ອງເຖິງ passport ວັກຊິນ ແລະ ເປີດສາຍການບິນສາກົນຄືນໃໝ່, ທ່ານນາງ ເລທິທຸຮັ່ງ ຢືນຢັນວ່າ:

        “ປະຈຸບັນ ຫວຽດນາມ ຍັງບໍ່ທັນມີຂໍ້ກຳນົດສະເພາະກ່ຽວກັບການເຂົ້າເມືອງສຳລັບບັນດາຜູ້ທີ່ໄດ້ສັກວັກຊິນກັນໂຄວິດ-19. ໃນສະພາບທີ່ passport ວັກຊິນໄດ້ນຳໃຊ້ຢູ່ບາງປະເທດແລ້ວ, ໄລຍະຜ່ານມາໂດຍປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ບັນດາອົງການຂອງຫວຽດນາມ ໄດ້ສົມທົບກັນ ແລະ ສະເໜີບັນດາມາດຕະການເໝາະສົມກ່ຽວກັບບັນຫານີ້. ກະຊວງການຕ່າງປະເທດກໍ່ພວມສົມທົບກັບບັນດາອົງການທີ່ມີໜ້າທີ່ເພື່ອຊອກຮູ້, ລວບລວມບົດຮຽນໃນຕົວຈິງຂອງບັນດາປະເທດ ແນໃສ່ຄົ້ນຄວ້ານະໂຍບາຍເຂົ້າ-ອອກເມືອງ ກໍຄືເພື່ອເປີດປະຕູເພື່ອເໝາະສົມກັບການປະຕິບັດເປົ້າໝາຍຄວບຄູ່ແມ່ນທັງຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ, ທັງພັດທະນາເສດຖະກິດ”.

        ເມື່ອຕອບຄຳຖາມທີ່ກ່ຽວຂ້ອງເຖິງການປະຕິບັດການແຍກປ່ຽວສຳລັບນັກຊ່ຽວຊານຕ່າງປະເທດເຂົ້າເມືອງຫວຽດນາມ, ທ່ານນາງ ເລທິທຸຮັ່ງ ໃຫ້ຮູ້ວ່າ, ໃນສະພາບໂລກລະບາດມີການຜັນແປສັບສົນຫຼາຍຢ່າງຄືໃນປະຈຸບັນ, ບັນດານະໂຍບາຍຕິດຕາມແຍກປ່ຽວດ້ານການແພດສຳລັບຜູ້ເຂົ້າເມືອງຫວຽດນາມ ຍາມໃດລັດຖະບານກໍ່ປັບປຸງຢ່າງມີໄຫວພິບ ເພື່ອຮັບປະກັນການແຜ່ລະບາດຂອງໂລກລະບາດ ມຸ່ງໄປເຖິງເປົ້າໝາຍປົກປ້ອງສຸຂະພາບໃຫ້ແກ່ປະຊາຄົມ, ພ້ອມທັງຮັບໃຊ້ເປົ້າໝາຍຟື້ນຟູເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ