ຫວຽດນາມ ຍັງແມ່ນສະຖານທີ່ລົງທຶນທີ່ໄດ້ຮັບຄວາມສົນໃຈ

(VOVWORLD) - ຫວຽດນາມ ຍັງແມ່ນສະຖານທີ່ລົງທຶນໄດ້ຮັບຄວາມສົນໃຈ ດ້ວຍຄວາມສາມາດຟື້ນຟູຢ່າງຕັ້ງໜ້າ ແລະ ມີໄຫວພິບຂອງພື້ນຖານເສດຖະກິດ.
ຫວຽດນາມ ຍັງແມ່ນສະຖານທີ່ລົງທຶນທີ່ໄດ້ຮັບຄວາມສົນໃຈ - ảnh 1(ພາບປະກອບ: TTXVN)

        ປີ 2023 ພວກເຮົາໄດ້ຫັນປະຈັກຕາການປ່ຽນແປງຫຼາຍຢ່າງໃນບັນດາທ່າອ່ຽງລົງທຶນທົ່ວໂລກໃນຫຼາຍເຂດອະສັງຫາລິມະຊັບທີ່ສຳຄັນ. ໃນນັ້ນ, ຫວຽດນາມ ຍັງແມ່ນສະຖານທີ່ລົງທຶນໄດ້ຮັບຄວາມສົນໃຈ ດ້ວຍຄວາມສາມາດຟື້ນຟູຢ່າງຕັ້ງໜ້າ ແລະ ມີໄຫວພິບຂອງພື້ນຖານເສດຖະກິດ. ນີ້ແມ່ນຂໍ້ສັງເກດໃນບົດລາຍງານລົງທຶນທົ່ວໂລກໃນໄຕມາດທີ II/2023 ເຊິ່ງກຸ່ມ Savills ປະກາດ.

        ທ່ານ Troy Griffiths, ຮອງຜູ້ອຳນວຍການໃຫຍ່ບໍລິຫານ Savills ຫວຽດນາມ ຖືວ່າ, ເຖິງວ່າ, ມີຄວາມກົດດັນກ່ຽວກັບໄພເງິນເຟີ້ ກໍຄືການຊຸດໂຊມກ່ຽວກັບການຜະລິດ ແລະ ສົ່ງອອກໃນໄລຍະສັ້ນໆກໍ່ຕາມ, ແຕ່ແງ່ຫວັງໃນໄລຍະກາງຂອງ ຫວຽດນາມ ຍັງຕັ້ງໜ້າຢູ່. ກ່ຽວຂ້ອງເຖິງສະພາບການຫັນປ່ຽນຂອງລະບົບສະໜອງທົ່ວໂລກ, ບັນດານັກຊ່ຽວຊານຂອງ Savills ຫວຽດນາມ ຕີລາຄາວ່າ, ຫວຽດນາມ ພົ້ນເດັນຂຶ້ນຄືດັ່ງສະຖານທີ່ທີ່ດີ ດ້ວຍກຳມະກອນມີສີມືແຮງງານ, ລາຍຈ່າຍແກ່ງແຍ້ງ ແລະ ພື້ນຖານໂຄງລ່າງພວມໄດ້ຮັບການລົງທຶນພັດທະນາຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ