ຫວຽດນາມ - ຍີ່ປຸ່ນ ສົມທົບກັນຈັດງານບຸນ ຍີ່ປຸ່ນ - ຫວຽດນາມ 2019 ຢູ່ນະຄອນໂຮ່່ຈີມິນ

(VOVWORLD) -ນະຄອນໂຮ່ຈີມິນ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກເພື່ອຈັດ ງານບຸນ ຍີ່ປຸ່ນ - ຫວຽດນາມ ຄັ້ງທີ 6 ປີ 2019 ຈະປະສົບຜົນສໍາເລັດຢ່າງຈົບງາມ
ຫວຽດນາມ - ຍີ່ປຸ່ນ ສົມທົບກັນຈັດງານບຸນ ຍີ່ປຸ່ນ - ຫວຽດນາມ 2019 ຢູ່ນະຄອນໂຮ່່ຈີມິນ   - ảnh 1ການພົບປະ ແລະ ເຮັດວຽກລະຫວ່າງ ການນໍາຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ຄະນະຈັດຕັ້ງ “ງານບຸນຍີ່ປຸ່ນ - ຫວຽດນາມ”  (ພາບ: voh.com.vn)

ຕອນບ່າຍວັນທີ 8 ພະຈິກ, ທ່ານ ເລແທັງລຽມ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນນະຄອນ ໂຮ່ຈີມິນ ຂອງຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Tsutomu Takeebe, ທີ່ປຶກສາພິເສດຂອງ ສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ, ຫົວໜ້າຄະນະຈັດຕັ້ງ “ງານບຸນຍີ່ປຸ່ນ - ຫວຽດນາມ” ຈະດໍາເນີນຢູ່ນະຄອນໂຮ່ຈີມິນ (ແຕ່ວັນທີ 18 - 20 ມັງກອນ 2019) ແລະ ປຶກສາຫາລືນໍາກັນກ່ຽວກັບວຽກງານສົມທົບກັນຈັດຕັ້ງ ງານບຸນ ຍີ່ປຸ່ນ - ຫວຽດນາມ 2019. ທີ່ການຕ້ອນຮັບ, ທ່ານເລແທັງລຽມ ໄດ້ຕີລາຄາສູງການສົມທົບກັນຈັດຕັ້ງ ງານບຸນ ຍີ່ປຸ່ນ - ຫວຽດນາມ ຂອງຝ່າຍຍີ່ປຸ່ນ ແລະ ເຊື່ອໝັ້ນວ່າ ການເຄື່ອນໄຫວດັ່ງກ່າວ ຈະແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງການຮ່ວມມືສອງຝ່າຍ ລະຫວ່າງນະຄອນ ໂຮ່ຈີມິນ - ຍີ່ປຸ່ນ. ນະຄອນໂຮ່ຈີມິນ ໃຫ້ຄໍາໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກເພື່ອຈັດ ງານບຸນ ຍີ່ປຸ່ນ - ຫວຽດນາມ ຄັ້ງທີ 6 ປີ 2019 ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມຜູກພັນເຊິ່ງກັນແລະກັນ ຫຼາຍກວ່າເກົ່າ. ທ່ານເລແທັງລຽມ ປາດຖະໜາວ່າ ທ່ານ Tsutomu Takeebe ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ເພື່ອຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ຍີ່ປຸ່ນ, ລະອຽດແມ່ນຮັກສາ, ພັດທະນາ ງານບຸນປະຈໍາປີ ຫວຽດນາມ - ຍີ່ປຸ່ນ.

        ສ່ວນທ່ານ Tsutomu Takeebe  ໄດ້ສະແດງຄວາມປາດຖະໜາວ່າ ຍີ່ປຸ່ນ ຢາກຮ່ວມມືກັບນະຄອນໂຮ່ຈີມິນ ແລະ ສະເໜີໃຫ້ການນໍານະຄອນ ເອົາໃຈໃສ່ຊີ້ນໍາບັນດາອົງການກ່ຽວຂ້ອງສົມທົບກັບຍີ່ປຸ່ນ ພ້ອມກັນຈັດຕັ້ງງານບຸນໃຫ້ປະສົບຜົນສໍາເລັດ.      

ຕອບກັບ

ຂ່າວ/ບົດ​ອື່ນ