ຫວຽດນາມ - ຍີ່ປຸ່ນ ຮ່ວມມືຜະລິດຟິມຮູບເງົາ

ຫວຽດນາມ - ຍີ່ປຸ່ນ ຮ່ວມມືຜະລິດຟິມຮູບເງົາ - ảnh 1
(ຮູບ​ພາບ​ຕອນ​ທຳ​ອິດ​ຂອງ​ການຖ່າຍ​ທຳ​ຟິມຮູບ​ເງົາ
“ຊີວິດ​ໃໝ່​ຢູ່​ຫວຽດນາມ” ​ໄດ້​ເລີ່​ມປະຕິບັດ)


(vovworld) – ​ ວັນ​ທີ 30/11, ບັນດາຮູບ​ພາບ​ຕອນ​ທຳ​ອິດ​ຂອງ​ການຖ່າຍ​ທຳ​ຟິມຮູບ​ເງົາ “ຊີວິດ​ໃໝ່​ຢູ່​ຫວຽດນາມ” ​ໄດ້​ເລີ່​ມປະຕິບັດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ນັກສະ​ແດງ​ຍິງ​ທີ່​ມີ​ຊື່​ສຽງ​ຂອງ​ຍີ່ປຸ່ນ ຄື Keiko ຢູ່​​ເວທີ​ຖ່າຍ​ທຳ​ຮູບ​ເງົາ​ຂອງວິທະຍຸ​ກະຈາຍສຽງ​ຫວຽດນາມ. ນີ້​ແມ່ນ​ຟິມຮູບ​ເງົາ​ຮ່ວມ​ມືມິດ​ຕະ​ພາບລະຫວ່າງ​ຫວຽດນາມ - ຍີ່ປຸ່ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດານັກ​ສະ​ແດງຂອງ 2 ປະ​ເທດ. ບົດ​ລະຄອນ​ຮູບ​ເງົາ​ໄດ້​ອີງ​ໃສ່​​ເລື່ອງລາວ​ຂອງ​ນັກ​ປະພັນ​ຍິງ​ຊາວ​ຍີ່ປຸ່ນ ​Miyuki Komatsu. ຟິມຮູບ​ເງົາ​ໄດ້​ຮັບ​ການຖ່າຍ​ທຳ​ເປັນ​ເວລາ 1 ​ເດືອນ, ​ແຕ່​ວັນ​ທີ 30/11 – 31/12 ຢູ່​ຮ່າ​ໂນ້ຍ, ຮ່ວາ​ບິ່ງ, ນິງບິ່ງ. ຟິມຮູບ​ເງົາ​ໄດ້​ເວົ້າ​ເຖິງ Shaso Misao, ​ຊຶ່ງ​ແມ່ນແມ່ຍິງຜູ້​ຢູ່ປ່ຽວ​, ມີອາຍຸ​ກວ່າ 60 ປີ, ​ແມ່ນ​ຄູ​ສອນ​ພາສາ​ຍີ່ປຸ່ນ ຢູ່​ຮ່າ​ໂນ້ຍ. ​ນາງມີ​ແມ່​ແມ່ນ Sasho Shizue ອາຍຸ 82 ປີ, ຖືກ​ຕິດພະຍາດຄວາມ​ຈຳ​ເສື່ອ​ມ ສະ​ນັ້ນ, ນາງ​ໄດ້​ພາ​ແມ່​ມາ​ຮ່າ​ໂນ້ຍ ດຳລົງ​ຊີວິດ​ພ້ອມ​ກັບ​ຕົນ​ເອງ. ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ Sasho Shizue ​ໄດ້​ພົບ​ປະ​ກັບ​​ຊາວ​ຫວຽດນາມ ທີ່​ໃກ້​ຊິດ​ສະໜິດສະໜົມ, ຮັກ​ແພງ​​ແຂກ​ຄົນ ​ແລະ ພິ​ເສດ​ຍາມ​ໃດ​ກໍ່​ມີຄວາມ​ເຄົາລົບນັບຖື​ຜູ້​ເຖົ່າຜູ້​ແກ່ ສະ​ນັ້ນສຸຂະພາບ​ຄ່ອຍໆ​ດີ​ຂຶ້ນ.

ຂ່າວ/ບົດ​ອື່ນ