ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022

(VOVWORLD) -ຂັນໄຊຊະນະຂອງນັກກິລາ ແລະ ຄູຝຶກ ດິງເທນາມ ໄດ້ນຳເອົາຄວາມເບີກບ່ານມ່ວນຊື່ນ, ຄວາມເອກອ້າງທະນົງໃຈມາໃຫ້ປະເທດຊາດ.
ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022 - ảnh 1ຫວຽດນາມ ຍາດເອົາແຊັມໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022
(ພາບ: VFF)

ໂດຍຮັບໄຊຊະນະ 1-0 ຕໍ່ທິມບານເຕະ U23 ໄທ ໃນຮອບຊິງຊະນະເລີດບານເຕະ ເຊິ່ງດຳເນີນໃນຕອນຄ່ຳວັນທີ 26 ກຸມພາ, ທິມບານເຕະ U23 ຫວຽດນາມ ຍາດເອົາແຊັມທີ່ງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022. ຂັນໄຊຊະນະຂອງນັກກິລາ ແລະ ຄູຝຶກ ດິງເທນາມ ໄດ້ນຳເອົາຄວາມເບີກບ່ານມ່ວນຊື່ນ, ຄວາມເອກອ້າງທະນົງໃຈມາໃຫ້ປະເທດຊາດ.

ພາຍຫຼັງການແຂ່ງຂັນຮອບຊິງຊະນະເລີດບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ 2022, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສົ່ງຄຳອວຍພອນໄປຍັງທິມກິລາບານເຕະ U23 ຫວຽດນາມ, ທ່ານໄດ້ຕີລາຄາວ່າ ໄຊຊະນະນີ້ມີຄວາມໝາຍພິເສດ ເມື່ອ ຫວຽດນາມ ໄດ້ດ້ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ-19 ແລະ ໄດ້ຢັ້ງຢືນເຈດຈຳນົງ, ຈິດໃຈຂອງຊາວ ຫວຽດນາມ.

ແລະ ກໍ່ໃນຕອນຄ່ຳວັນທີ 26 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ຍ້ອງຍໍຊົມເຊີນທິມບ້ານເຕະ U23 ແລະ ຄະນະຄູຝຶກທັງໝົດເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ