ຫວຽດນາມ ຍາດໄດ້ 3 ຫຼຽນຄຳ Olympic ຟີຊິກສາກົນ

ຫວຽດນາມ ຍາດໄດ້ 3 ຫຼຽນຄຳ Olympic ຟີຊິກສາກົນ - ảnh 1
(ທິມ​ຊາດ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເສັງ Olympic ຟີ​ຊິກ​ສາກົນປີ 2015)

​​(vovworld) - ທິມ​ຊາດ​ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເສັງ Olympic ຟີ​ຊິກ​ສາກົນປີ 2015 ຢູ່ອິນ​ເດຍ ​ໄດ້ຮັບຜົນສຳ​ເລັດ ​ເມື່​ອທັງນັກຮຽນ​ເຂົ້າ​ຮ່ວມ​ການ​ເສັງ​ 5 ຄົນລ້ວນ​ແຕ່​ຍາດ​ໄດ້​ລາງວັນ, ລວມມີ​ຫຼຽນ​ຄຳ 3 ຫຼຽນ, ຫຼຽນ​​ເງິ​ນ 2 ຫຼຽນ. ນັກຮຽນ 3 ຄົນ​ຍາດ​ໄດ້​ຫຼຽນ​ຄຳ​ແມ່ນ: ທ້າວ ຫວູ​ແທງ​ຈູງນາມ, ນັກຮຽນ​ມໍ 7, ​ໂຮ​ງຮຽນ​ມັດທະຍົມ​ຕອນ​ປາຍ​ລົງ​ເລິກຮ່າ​ໂນ້ຍ Amsterdam, ນະຄອນ​ຮ່າ​ໂນ້ຍ; ທ້າວຫງວຽນ​ກົງ​ແທ່ງ, ນັກຮຽນ​ມໍ 7, ໂຮ​ງຮຽນ​ມັດທະຍົມ​ຕອນປາຍລົງ​ເລິກ​ ​ເຈີ​່ນຟຸ໋, ນະຄອນ​ຫາຍ​ຟ່​ອງ; ນາງດິງທິ​ເຮືອງ​ທາ​ວ, ນັກຮຽນ​ມໍ 6, ໂຮ​ງຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກ​ ​ເລ​ຮົ່ງຟອງ, ​ແຂວງ​ນາມ​ດິງ. ຄະ​ນະຫວຽດນາມ ​ໄດ້​ຢືນ​ອັນ​ດັບ​ທີ 3 ທົ່ວຄະນະ, ຖັດຈາກ​ຈີນ ​ແລະ ​ໄຕ​ຫວັນ (ຈີນ).

ຂ່າວ/ບົດ​ອື່ນ