ຫວຽດນາມ ຍາດໄດ້ຜົນງານດີທີ່ສຸດນັບແຕ່ກ່ອນມາທີ່ງານ Olympic ໄອທີ ອາຊີ - ປາຊີຟິກ

(VOVWORLD) - ນັກສອບເສັງ 7 ຄົນເຂົ້າຮ່ວມງານແຂ່ງຂັນລ້ວນແຕ່ຄ້ວາໄດ້ລາງວັນ, ໃນນັ້ນມີຫຼຽນຄຳ 3 ຫຼຽນ ແລະ ຫຼຽນເງິນ 4 ຫຼຽນ.
ຫວຽດນາມ ຍາດໄດ້ຜົນງານດີທີ່ສຸດນັບແຕ່ກ່ອນມາທີ່ງານ Olympic ໄອທີ ອາຊີ - ປາຊີຟິກ - ảnh 1ປອ ໂດ໋ດືກດົງ (ເບື້ອງຂວາມື) ແລະ ບັນດາຜູ້ຄ້ວາໄດ້ຫຼຽນ
(ພາບ: Bộ Giáo dục và Đào tạo)

ຕອນຄ່ຳວັນທີ 1 ມິຖຸນາ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ແຈ້ງຂ່າວກ່ຽວກັບໝາກຜົນຂອງການເຂົ້າຮ່ວມງານແຂ່ງຂັນ Olympic ໄອທີ ອາຊີ - ປາຊີຟິກ ປີ 2022 ຂອງທິມຊາດ ຫວຽດນາມ. ຕາມນັ້ນແລ້ວ, ນັກສອບເສັງ 7 ຄົນເຂົ້າຮ່ວມງານແຂ່ງຂັນລ້ວນແຕ່ຄ້ວາໄດ້ລາງວັນ, ໃນນັ້ນມີຫຼຽນຄຳ 3 ຫຼຽນ ແລະ ຫຼຽນເງິນ 4 ຫຼຽນ.

        ງານ Olympic ໄອທີ ອາຊີ - ປາຊີຟິກ ປີ 2022 ໄດ້ຮັບການຈັດຕັ້ງຕາມຮູບແບບທາງໄກ ໂດຍປະເທດ ອີຢິບ ເປັນເຈົ້າພາບຈັດຕັ້ງ. ທິມຊາດ ຫວຽດນາມ ມີ 15 ຄົນເຂົ້າຮ່ວມ, ທັງການແຂ່ງຂັນຕາມຮູບແບບທາງໄກທີ່ ມະຫາວິທະຍາໄລເຕັກໂນໂລຢີ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ໃນວັນທີ 29 ພຶດສະພາ 2022.

        ໃນງານແຂ່ງຂັນປີນີ້ມີ 6 ປະເທດ ແລະ ເຂດແຄ້ວນຄ້ວາໄດ້ຫຼຽນຄຳ, ເຊິ່ງລວມມີ: ຈີນ (6 ຫຼຽນ), ລັດເຊຍ (5 ຫຼຽນ), ຫວຽດນາມ (3 ຫຼຽນ), ສິງກະໂປ (1 ຫຼຽນ), ສ. ເກົາຫຼີ (1 ຫຼຽນ), ໄຕ້ຫວັນ (1 ຫຼຽນ). ຕາມຕາຕະລາງຈັດຫຼຽນແລ້ວ, ຫວຽດນາມ ຍື່ນອັນດັບທີ 3 ຖັດຈາກຈີນ ແລະ ລັດເຊຍ. ພາຍຫຼັງ 10 ປີເຂົ້າຮ່ວມງານ Olympic ໄອທີ ອາຊີ - ປາຊີຟິກ, ນີ້ແມ່ນປີ ຫວຽດນາມ ມີຈຳນວນນັກສອບເສັງຍາດໄດ້ໝາກຜົນດີທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ