ຫວຽດ​ນາມ ຍາດ​ໄດ້​ຜົນ​ງານ​ດີ​ເດັ່ນ​ໃນ​ບັນ​ດາ​ການ​ເສັງ ໂອ​ລິມ​ປິກ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິ​ກສາ​ກົນ ປີ 2023

(VOVWORLD) - ປີ  2023, ຫວຽດນາມ ມີຄະນະນັກຮຽນ 7 ຄະນະດ້ວຍນັກຮຽນ 36 ເທື່ອຄົນເຂົ້າຮ່ວມການເສັງສາກົນ. 
ຫວຽດ​ນາມ ຍາດ​ໄດ້​ຜົນ​ງານ​ດີ​ເດັ່ນ​ໃນ​ບັນ​ດາ​ການ​ເສັງ ໂອ​ລິມ​ປິກ ແລະ ວິ​ທະ​ຍາ​ສາດ​ເຕັກ​ນິ​ກສາ​ກົນ ປີ 2023 - ảnh 1ພິທີຍ້ອງຍໍຊົມເຊີຍບັນດານັກຮຽນທີ່ຍາດໄດ້ລາງວັນໃນການເສັງ ໂອລິມປິກ ແລະ ວິທະຍາສາດເຕັກນິກສາກົນປີ 2023 (ພາບ: ຊວນກຸຍ)

        ຕອນບ່າຍວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຈັດງານພົບປະສັງສັນ, ຍ້ອງຍໍຊົມເຊີຍບັນດານັກຮຽນທີ່ຍາດໄດ້ລາງວັນໃນການເສັງ ໂອລິມປິກ ແລະ ວິທະຍາສາດເຕັກນິກສາກົນປີ 2023. ປີ  2023, ຫວຽດນາມ ມີຄະນະນັກຮຽນ 7 ຄະນະດ້ວຍນັກຮຽນ 36 ເທື່ອຄົນເຂົ້າຮ່ວມການເສັງສາກົນ. ນັກຮຽນທຸກຄົນຂອງຄະນະຕ່າງໆລ້ວນແຕ່ຄວ້າໄດ້ລາງວັນ ແລະ ຄະນະນັກຮຽນຂອງ ຫວຽດນາມ ເຂົ້າຮ່ວມ ລ້ວນແຕ່ນອນໃນກຸ່ມ 10 ປະເທດທີ່ມີໝາກຜົນສູງສູດ; ມີນັກຮຽນຫຼາຍຄົນຂອງ ຫວຽດນາມ ບັນລຸໝາກຜົນສູງສຸດ.

        ທີ່ພິທີ, ທ່ານນາງຮອງລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໂງທິມິງ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີໃຫ້ນັກຮຽນ 5 ຄົນທີ່ມີຜົນງານໃນການເສັງໂອລິມປິກ ຟີຊິກສາດ ອາຊີ ແລະ ໂອລິມປີກ ຄອມພິວເຕີ ອາຊີ - ປາຊີຟິກ; ຄູອາຈານ 37 ຄົນ ພ້ອມດ້ວຍ 5 ໝູ່ຄະນະທີ່ມີຜົນງານສູງໃນການບຳລຸງສ້າງນັກຮຽນເກັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ