ຫວຽດນາມ ຍາດໄດ້ຫຼຽນຄໍາ 3 ຫຼຽນ ໃນງານແຂ່່ງຂັນ Olympic ຟີຊິກສາດ ສາກົນ ປີ 2019

(VOVWORLD) -ມີນັກຮຽນ 5 ຄົນ ຂອງທິມຊາດຫວຽດນາມ ທີ່ເຂົ້າຮ່ວມງານແຂ່ງຂັນ Olympic ຟີຊິກສາດສາກົນ ຄັ້ງທີ 50 ແມ່ນລ້ວນແຕ່ໄດ້ຮັບລາງວັນ, ເຊິ່ງລວມມີຫຼຽນຄໍາ 3 ຫຼຽນ ແລະ ຫຼຽນເງິນ 2 ຫຼຽນ.

        ວັນທີ 14 ກໍລະກົດ, ຕາມແຫຼ່ງຂ່າວຈາກກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ແລ້ວ, ມີນັກຮຽນ 5 ຄົນ ຂອງທິມຊາດຫວຽດນາມ ທີ່ເຂົ້າຮ່ວມງານແຂ່ງຂັນ Olympic ຟີຊິກສາດສາກົນ ຄັ້ງທີ 50 ແມ່ນລ້ວນແຕ່ໄດ້ຮັບລາງວັນ, ເຊິ່ງລວມມີຫຼຽນຄໍາ 3 ຫຼຽນ ແລະ ຫຼຽນເງິນ 2 ຫຼຽນ.

ຫວຽດນາມ ຍາດໄດ້ຫຼຽນຄໍາ 3 ຫຼຽນ ໃນງານແຂ່່ງຂັນ Olympic ຟີຊິກສາດ ສາກົນ ປີ 2019 - ảnh 1 ທິມຊາດຫວຽດນາມ ທີ່ເຂົ້າຮ່ວມງານແຂ່ງຂັນ Olympic ຟີຊິກສາດສາກົນ ຄັ້ງທີ 50

        ງານແຂ່ງຂັນ Olympic ວິຊາຟີຊິກສາດສາກົນ 2019 ຖືກຈັດຂຶ້ນຢູ່ ອິດສະຣາແອັນໃນລະຫວ່່າງວັນທີ 7 – 15 ກໍລະກົດ, ດ້ວຍການເຂ້ົາຮ່ວມການແຂ່ງຂັນຂອງນັກຮຽນ 360 ຄົນ ທີ່ມາຈາກ 78 ປະເທດ ແລະ ເຂດແຄວ້ນ. ຜົນງານຂອງທິມຊາດຫວຽດນາມ ຢູ່ງານແຂ່ງຂັນ Olympic ວິຊາຟີຊິກສາດສາກົນ ປີນີ້ ສືບຕໍ່ຢັ້ງຢືນໃຫ້ເຫັນຄຸນນະພາບການສຶກສາຂັ້ນມັດທະຍົມຕອນປາຍ ຂອງຫວຽດນາມ; ພ້ອມທັງ, ຢັ້ງຢືນທິດກ້າວເດີນທີ່ຖືກຕ້ອງໃນວຽກງານການຄົ້ນພົບ, ການຄັດເລືອກ ແລະ ບໍາລຸງສ້າງນັກຮຽນເກັ່ງ, ພາຍໃຕ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຂອງການນໍາກະຊວງສຶກສາ ແລະ ບໍາລຸງສ້າງ ຫວຽດນາມ ພ້ອມດ້ວຍຄວາມມານະພະຍາຍາມຂອງທ້ອງຖິ່ນຕ່າງໆ, ນັກຮຽນ, ຄູອາຈານ ທີ່ໄດ້ເຂົ້າຮ່ວມວຽກງານການບໍາລຸງສ້າງນັກຮຽນເກັ່ງໃນໄລຍະຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ