ຫວຽດ​ນາມ ຍາດ​ໄດ້​ໜຶ່ງ​ລາງວັນ​ໃນ ງານ​ມະ​​ຫາ​ກຳ​ຟິມ​ຮູບ​ເງົາ​ສາ​ກົນ ອາ​ຊຽນ

(VOVWORLD) - ນັກສະແດງຍິງ Kim B ຂອງ ຫວຽດນາມ ຍາດໄດ້ລາງວັນ “ນັກສະແດງຍິງສວມບົດ ລະຄອນສຳຮອງທີ່ດີເດັ່ນທີ່ສຸດ” ໃນພິທີມອບລາງວັນ ງານມະຫາກຳຟິມຮູບເງົາສາກົນ ອາຊຽນ (Asean International Films Festival & Awards) - AIFFA 2023 ເຊິ່ງດຳເນີນໃນຕອນຄ່ຳວັນທີ 4 ສິງຫາ, ຢູ່ເກາະ Kuching (Sarawak, ມາເລເຊຍ). 
ຫວຽດ​ນາມ ຍາດ​ໄດ້​ໜຶ່ງ​ລາງວັນ​ໃນ ງານ​ມະ​​ຫາ​ກຳ​ຟິມ​ຮູບ​ເງົາ​ສາ​ກົນ ອາ​ຊຽນ - ảnh 1ນັກກຳກັບການສະແດງຊາວ ອາເມລິກາ Aaron Toronto  ພ້ອມກັບພັນລະຍາ ນັກສະແດງ Nha Uyen ສະແດງຄວາມຮູ້ສຶກໃນພິທີມອບລາງວັນ (ພາບ: ຄະນະຈັດຕັ້ງ)

ຕົວລະຄອນ Kim Bao  ໂດຍ Kim B ສະແດງໃນຮູບເງົາ “ຄ່ຳຄືນທີ່ຮຸ່ງເຮືອງເຫຼືອງເຫຼື້ອມ” ແມ່ນຕົວລະຄອນທຳອິດທີ່ນາງສວມບົດ ໃນຂົງເຂດຮູບເງົາ. ກ່ອນໜ້ານັ້ນ, Kim B ບໍ່ແມ່ນນັກສະແດງເປັນມືອາຊີບ, ເຊິ່ງເປັນນັກຊ່ຽວຊານໃນການແຕ່ງກາຍ ແລະ ເຄີຍແຕ່ງກາຍໃຫ້ຫຼາຍໂຄງການຮູບເງົາທີ່ມີຊື່ສຽງ ໂດຍໄດ້ຖ່າຍທຳຢູ່ ຫວຽດນາມ.

        ຮູບເງົາ “ຄ່ຳຄືນທີ່ຮຸ່ງເຮືອງເຫຼືອງເຫຼື້ອມ” ມີເນື້ອໃນກ່ຽວກັບການໃຊ້ຄວາມຮຸນແຮງໃນຄອບຄົວຢູ່ ຫວຽດນາມ ໂດຍນັກກຳກັບການສະແດງຊາວ ອາເມລິກາ Aaron Toronto  ພ້ອມກັບພັນລະຍາ ນັກສະແດງ Nha Uyen ພ້ອມທັງເປັນນາງເອກຂອງຮູບເງົາດັ່ງກ່າວ  ແລະ ທັງເປັນຜູ້ແຕ່ງຮູບເງົາ. ນັກກຳກັບ  Aaron Toronto   ໄດ້ດຳລົງຊີວິດຢູ່ ຫວຽດນາມ ມາເປັນເວລາ 16 ປີ ແລະ ມີການຄົ້ນຄວ້າກ່ຽວກັບປະເພນີຈັດງານສົບຂອງຊາວພາກໃຕ້ ຫວຽດນາມ ມາຫຼາຍປີ ກ່ອນທີ່ປະຕິບັດຮູບເງົາດັ່ງກ່າວ.

      

 

 

ຕອບກັບ

ຂ່າວ/ບົດ​ອື່ນ